ຊີເນີດິນ ຊີດານ ປະກາດອຳລາ ຕຳແໜ່ງໂຄ໊ສ ຣີລ ມາດຣິດ


ຊີເນີດິນ ຊີດານ ໂຄ໊ສທີມສະໂມສອນ ຣີລ ມາດຣິດ ທີມບານເຕະຍັກໃຫຍ່ໃນລາລີກາ ຂອງສະເປນ ສ້າງຄວາມປະຫລາດໃຈດ້ວຍການປະກາດໃນວັນທີ 31 ພຶດສະພາວ່າ: ລາວຈະອຳລາດທີມ ຣີລ ມາດຣິດ ພຽງບໍ່ເທົ່າວັນຫລັງຈາກພາທີມຄວ້າແຊ້ມ ຢູຟາ ແຊມປ້ຽນລີກ ເປັນປີທີ 3 ຕິດຕໍ່ກັນ.
ຊີດານ ກ່າວໃນລະຫວ່າງການຖະແຫລງຂ່າວ ເຊິ່ງຈັດຂຶ້ນຢ່າງກະທັນຫັນວ່າ: ລາວໄດ້ຕັດສິນໃຈຈະບໍ່ເປັນໂຄ໊ສຂອງທີມ ຣີລ ມາດຣິດ ອີກຕໍ່ໄປໃນປີໜ້າ, ແຕ່ລາວຈະບໍ່ເປັນໂຄ໊ສໃຫ້ທີມບານເຕະໃດອີກ. ຊີດານ ກ່າວວ່າ: ຣີລ ມາດຣິດ ສົມຄວນຈະມີໄຊຊະນະຕໍ່ໄປ ແລະ ຈຳເປັນຕ້ອງມີການປ່ຽນແປງ ແລະ ລາວເຊື່ອວ່າ: ເວລານັ້ນມາເຖິງແລ້ວ ຫລັງຈາກລາວຄຸມທີມມາເປັນເວລາ 3 ປີ ຣີລ ມາດຣິດ ຈຳເປັນຕ້ອງມີຜູ້ຄອຍໃຫ້ຄຳປຶກສາຄົນໃໝ່ ແລະ ວິທີການເຮັດວຽກໃໝ່ໆ. ຊີດານ ເຊິ່ງມີສັນຍາເປັນໂຄ໊ສໃຫ້ ຣີລ ມາດຣິດ ຈົນຮອດປີ 2020 ກ່າວວ່າ: ຂ້ອຍເບິ່ງວ່າ ຂ້ອຍຈະສາມາດເຮັດໃຫ້ທີມໄດ້ໄຊຊະນະອີກຕໍ່ໄປ. ຂະນະນີ້ ລາວໄດ້ຊະນະແລ້ວ ແລະ ບໍ່ຢາກເປັນຜູ້ເສຍໄຊ. ຊີດານ ກ່າວວ່າ: ຂ້ອຍຄິດຢ່າງຮອບຄອບ ແລະ ບໍ່ປ່ຽນໃຈເດັດຂາດ. ຊີດານ ຫາກໍພາທີມ ຣີລ ມາດຣິດ ເອົາຊະນະ ລິເວີພູລ ຈາກອັງກິດ ໃນການແຂ່ງຂັນນັດຊີງຊະນະເລີດ ຢູ່ນະຄອນຫລວງຄຽບ ຂອງຢູເຄຣນ ໃນວັນທີ 26 ພຶດສະພາ ເຮັດໃຫ້ລາວເປັນໂຄ໊ສຄົນທຳອິດໃນປະຫວັດສາດທີ່ນຳທີມໄດ້ແຊ້ມ ຢູຟາ ແຊມປ້ຽນລີກ 3 ຄັ້ງຕິດຕໍ່ກັນ. ຊີດານ ອາຍຸ 45 ປີ ຊ່ວຍໃຫ້ ຣີລ ມາດຣິດ ຄວ້າ 9 ແຊ້ມ ນັບແຕ່ເຂົ້າມາຮັບຕຳແໜ່ງຕໍ່ຈາກ ຣາຟາເອລ ເບນິເຕຊ ໃນເດືອນມັງກອນ 2016. ສ່ວນ ຟໍເຣນຕິໂນ ເປເຣຊ ປະທານສະໂມສອນ ກ່າວວ່າ: ການປະກາດເລື່ອງນີ້ຂອງ ຊີດານ ເປັນເລື່ອງບໍ່ຄາດຄິດມາກ່ອນ. ຂະນະທີ່ ຊີດານ ກ່າວອີກວ່າ: ການຕັດສິນໃຈຂອງລາວບໍ່ກ່ຽວກັບການທີ່ ຄຣິສເຕຍໂນ ໂຣນັລໂດ ນັກເຕະດັງຂອງທີມ ກ່າວເປັນໄນວ່າຈະຍ້າຍທີມ.