ມຽນມາເປີດທາງໃຫ້ UN ເດີນທາງໄປລັດຍະໄຂ່
ສະຫະປະຊາຊາດ (UN) ກ່າວວ່າ: ລັດຖະບານມຽນມາຕັດສິນໃຈໃນວັນທີ 31 ພຶດສະພາຜ່ານມາ ຈະເປີດທາງໃຫ້ສະຫະປະຊາຊາດເດີນທາງເຂົ້າໄປລັດຍະໄຂ່, ຫລັງຈາກຫາຂໍ້ສະຫລຸບບໍ່ໄດ້ກ່ຽວກັບການສົ່ງຕົວຜູ້ອົບພະຍົບຊາວໂຣຮິງຢາຫລາຍແສນຄົນກັບໄປຖິ່ນຖານໃນລັດດັ່ງກ່າວ.
ລັດຖະບານມຽນມາບໍ່ເປີດໃຫ້ບຸກຄົນພາຍນອກເຂົ້າໄປພື້ນທີ່ສ່ວນໃຫຍ່ລັດຍະໄຂ່ ເຊິ່ງຢູ່ທາງຕາເວັນຕົກຂອງມຽນມາ, ຫລັງຈາກລັດຖະບານໃຊ້ປະຕິບັດການທາງທະຫານກວາດລ້າງກຸ່ມຕິດອາວຸດຊາວໂຣຮິງຢາໃນລັດດັ່ງກ່າວ ເຮັດໃຫ້ຊາວໂຣຮິງຢາປະມານ 700.000 ຄົນ ຕ້ອງອົບພະຍົບໜີຄວາມຮຸນແຮງໄປບັງກະລາເທດ ແລະ ໃນເດືອນພະຈິກປີຜ່ານມາ ມຽນມາ ແລະ ບັງກະລາເທດ ລົງນາມໃນຂໍ້ຕົກລົງສົ່ງຜູ້ອົບພະຍົບກັບປະເທດ, ແຕ່ມາຮອດປັດຈຸບັນມີຊາວໂຣຮິງຢາເດີນທາງກັບໄປພຽງສ່ວນໜຶ່ງ ເຊິ່ງສ່ວນຫລາຍກ່າວວ່າ: ຈະບໍ່ຍອມກັບໄປຈົນກວ່າຈະມີການຮັບປະກັນເລື່ອງຄວາມປອດໄພ ແລະ ການໃຫ້ສິດໃນການເປັນພົນລະເມືອງຂອງມຽນມາ. ດ້ານສະຫະປະຊາຊາດ ກ່າວວ່າ: ສະພາບພື້ນທີ່ໃນລັດຍະໄຂ່ຍັງບໍ່ພ້ອມຈະໃຫ້ຜູ້ອົບພະຍົບກັບໄປຢ່າງປອດໄພ, ຢ່າງສະໝັກໃຈ ແລະ ມີສັກສີ ແລະ ໃນວັນທີ 31 ພຶດສະພາ, ສະຫະປະຊາຊາດ ແລະ ລັດຖະບານມຽນມາ ບັນລຸຮ່າງຂໍ້ຕົກລົງທີ່ຈະເປີດທາງໃຫ້ໜ່ວຍງານຕ່າງໆຂອງສະຫະປະຊາຊາດເດີນທາງເຂົ້າໄປລັດຍະໄຂ່ ເຊິ່ງລວມທັງສະຖານທີ່ເກີດຜູ້ອົບພະຍົບ ແລະ ພື້ນທີ່ທີ່ຈະໃຊ້ເປັນສະຖານທີ່ຕັ້ງຖິ່ນຖານຂອງຊາວໂຣຮິງຢາທີ່ເດີນທາງກັບບ້ານ ເຊິ່ງເປັນສະຖານທີ່ທີ່ມຽນມາບໍ່ເປີດໃຫ້ໄປສຳຫລວດນັບແຕ່ເລີ່ມປະຕິບັດການກວາດລ້າງຢ່າງຮຸນແຮງ ໃນເດືອນສິງຫາປີຜ່ານມາ. ການເປີດທາງແບບນີ້ຈະເຮັດໃຫ້ສຳນັກງານຂ້າຫລວງໃຫຍ່ຜູ້ລີ້ໄພຂອງສະຫະປະຊາຊາດເຂົ້າໄປຕີລາຄາພື້ນທີ່ ແລະ ດຳເນີນພາລະກິດຕ່າງໆ ເພື່ອປົກປ້ອງຊາວໂຣຮິງຢາ.