ອິນຟານຕິໂນ ຢືນຢັນໃຊ້ພາບຊ້າຕັດສິນບານໂລກ 2018 ຄັ້ງທຳອິດ
ສຳນັກຂ່າວຕ່າງປະເທດ ລາຍງານວ່າ ຈີອັນນີ ອິນຟານຕິ ໂນ ປະທານຂອງ ສະຫະພັນບານ ເຕະນາໆຊາດ ຫຼື ຟີຟາ ປະກາດ ໃຊ້ວິດີໂອຊ່ວຍການຕັດສິນຂອງ ກຳມະການໃນສະໜາມໃນການແຂ່ງຂັນບານໂລກ 2018 ທີ່ປະ ເທດຣັດເຊຍ ເປັນເຈົ້າພາບ ແລະ ນັບເປັນການໃຊ້ເຕັກໂນໂລຊີນີ້ໃນ ບານໂລກເປັນຄັ້ງທຳອິດ.
ເຕັກໂນໂລຊີ VAR ຖືກທົດ ລອງຫຼາຍຄັ້ງແລ້ວ ແລະ ໄດ້ຮັບ ການຕອບຮັບຢ່າງດີ ໂດຍສະ ເພາະເກມອຸ່ນເຄື່ອງທີ່ ສະເປນ ບຸກໄປເອົາຊະນະ ຝຣັ່ງ 2-0 ໂດຍ ມີສອງຈັງຫວະດັ່ງກ່າວທີ່ຕ້ອງໃຊ້ລະບົບນີ້ຊ່ວຍໃນການຕັດສິນ ປະ ກອບດ້ວຍຈັງຫວະທີ່ ອອງຕວນ ກຣິດມັນ ຍິງເຂົ້າໄປແລ້ວ ແຕ່ ພາບຊ້າເປັນລູກລ້ຳໜ້າ ເຮັດໃຫ້ ຝຣັ່ງ ບໍ່ໄດ້ປະຕູ ແລະ ເຄຣາດ ເດ ໂລໂຟວ ຍິງເຂົ້າໄປແລ້ວ ໄລແມນ ຍົກທຸງແຕ່ພາບຊ້າບໍ່ໄດ້ລ້ຳໜ້າ ເຮັດໃຫ້ ສະເປນ ໄດ້ປະຕູ ເຊິ່ງເຕັກ ໂນໂລຊີນີ້ຈະເຮັດໃຫ້ການແຂ່ງ ຂັນມີຄວາມຍຸຕິທຳແລະ ບໍ່ມີປັນ ຫາຫຼາຍຂຶ້ນກວ່າເກົ່າ.
“ເຮົາຈະໃຊ້ວິດີໂອຊ່ວຍໃນການຕັດສິນບານໂລກ 2018 ເພາະຈົນເຖິງຕອນນີ້ ເຮົາກະໄດ້ ກະແສຕອບຮັບເປັນຢ່າງດີ” ປະ ທານຟີຟາກ່າວ.