ທະນາຄານລາວ-ຫວຽດ ກຽມປ່ອຍສີນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ-ກາງ

- laoviet bank - ທະນາຄານລາວ-ຫວຽດ ກຽມປ່ອຍສີນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ-ກາງ
- kitchen vibe - ທະນາຄານລາວ-ຫວຽດ ກຽມປ່ອຍສີນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ-ກາງ

​ພິທີລົງນາມສະໜອງທຶນ ເພື່ອນໍາໃຊ້ເຂົ້າໃນການລົງທຶນ, ຂະຫຍາຍກິດຈະການ ແລະ ເປັນທຶນໝູນວຽນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ລະຫວ່າງທ່ານ ຫງວຽນ ວັນ ບິງ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມທຸລະກິດລາວ-ຫວຽດຈໍາກັດ ແລະ ທ່ານ ສົມດີ ອິນມີໄຊ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ), ທັງເປັນຜູ້ອໍານວຍການກອງທຶນສົ່ງເສີມ ແລະ ພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ມີຂຶ້ນໃນ​​ວັນ​ທີ 1 ມິຖຸນານີ້ ທີ່ນະຄອນຫລວງ​ວຽງ​ຈັນ, ໂດຍການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ສົມຈິດ ອີນທະມິດ ແລະ ມີພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນສັກຂີພິຍານນໍາດ້ວຍ.

ທະນາຄານ​ຮ່ວມ​ທຸລະ​ກິດ​ລາວ-ຫວຽດ ​ເປັນ​ທະນາຄານແຫ່ງ​ທີ 4 ທີ່​ໄດ້​ຮັບ​ການ​ຄັດ​ເລືອກ​ເຂົ້າຮ່ວມ​ໂຄງການ​ເຂົ້າ​ເຖິງ​ແຫ​ລ່ງທຶນ​ຂອງ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ (SME Access to Finance Project) ຂອງທະນາຄານໂລກ ແລະ ​ໄລຍະ​ຜ່ານ​ມາ​ໂຄງການ​ໄດ້​ຄັດ​ເລືອກ ​ແລະ ​ເຊັນ​ສັນຍາ​ສະໜອງ​ທຶນ​ໃຫ້​ 3 ທະນາຄານ​ແລ້ວ​ຄື: ທະນາຄານລາວ​-ຈີນ ຈຳກັດ, ທະນາຄານ ​ເອັສທີ ຈຳກັດ ​ແລະ ທະນາຄານ ​ໄຊ​ງ່ອນ​ເທື່ອ​ງຕິ່ນ​ລາວ ຈຳກັດ ລວມມີມູນ​ຄ່າ 12 ລ້ານ​ໂດ​ລາ​ສະຫະລັດ, ​ເຊິ່ງການ​ສະໜອງ​ສິນ​ເຊື່ອ​ຜ່ານ 3 ທະນາຄານຜ່ານມາສາມາດ​ເຂົ້າ​ເຖິງ​ແຫ​ລ່ງທຶນ​ໄດ້ທັງໝົດ 73 ຫົວໜ່ວຍ, ລວມ​ມູນ​ຄ່າຫລາຍກວ່າ 52 ຕື້ກີບ, ​ໃນ​ນັ້ນປ່ອຍ​ເປັນ​ທຶນ​ຄົງ​ທີ່ 29 ຕື້ກວ່າກີບ, ທຶນ​ໝູນວຽນ 23 ຕື້ກວ່າກີບ ແລະ ການ​ສະໜອງ​ທຶນ​ຂອງ​ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ​ຄັ້ງນີ້ ​ເປັນ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ທະນາຄານ​ຮ່ວມ​ທຸລະ​ກິດ​ລາວ-ຫວຽດ ​ສະໜອງ​ສິນ​ເຊື່ອ​ໃຫ້​ແກ່ SME ​ໃນ​ເງື່ອນ​ໄຂ ​ແລະ ​ອັດຕາ​ດອກ​ເບ້ຍ​ທີ່​ສົມ​ເຫດ​ສົມ​ຜົນ ເພື່ອຊ່ວຍ​ໃຫ້ SME ສາມາດ​ເຂົ້າ​ເຖິງ​ແຫ​ລ່ງທຶນ​ໄດ້​ຫລາຍ ແລະ ງ່າຍ​ຂຶ້ນ, ​ເຊິ່ງ​ທະນາຄານ​ຮ່ວມ​ທຸລະ​ກິດ​ລາວ-ຫວຽດ​ໄດ້ກະກຽມທຶນໄວ້ແລ້ວ 1,6 ລ້ານໂດລາສະຫະລັດ ຫລືປະມານ 12 ຕື້ກີບ ເພື່ອປ່ອຍ​ກູ້ໃຫ້ບັນດາ​ຫົວໜ່ວຍ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ ທີ່​ມີ​ປະຫວັດ​ສິນ​ເຊື່ອ​ດີ, ມີ​ຄວາມ​ຮັບຜິດຊອບ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສັງຄົມ, ວົງ​ເງິນ​ສູງ​ສຸດທີ່​ປ່ອຍ​ກູ້ໄດ້ປະມານ 1,6 ຕື້ກີບ ຫລືປະມານ 2 ແສນ​ໂດ​ລາ​ສະຫະລັດຕໍ່ລາຍ. ນອກ​ນັ້ນ, ກົມ​ສົ່ງ​ເສີມ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະ ກາງ​ຍັງ​ຈະ​ເຮັດ​ໜ້າ​ທີ່​ສະໜັບສະໜູນ​ທາງ​ດ້ານ​ວິຊາ​ການ​ໃຫ້​ແກ່ SME ​ໃນ​ການ​ສ້າງ​ແຜນ​ທຸລະ​ກິດ, ການ​ຄຸ້ມ​ຄອງ​ທາງ​ດ້ານ​ການ​ເງິນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ອັນ​ສະດວກ​ໃຫ້ SME ​ໄດ້​ຮັບ​ເງິນ​ກູ້​ຈາກ​ທະນາຄານ​ດີ​ຂຶ້ນກວ່າ​ເກົ່າ.

- Visit Laos Visit SALANA BOUTIQUE HOTEL - ທະນາຄານລາວ-ຫວຽດ ກຽມປ່ອຍສີນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ-ກາງ
- 5 - ທະນາຄານລາວ-ຫວຽດ ກຽມປ່ອຍສີນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ-ກາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!