ລູກສາວເມົາຢາບ້າຈູດເຮືອນຕົນເອງຢູ່ບ້ານຮ່ອງໄກ່ແກ້ວ


ເຈົ້າໜ້າທີ່ຕຳຫລວດສະກັດກັ້ນ ແລະ ມອດໄຟ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 31 ພຶດສະພາຜ່ານມານີ້, ໄດ້ເກີດເຫດໄຟໄໝ້ເຮືອນຫລັງໜຶ່ງຢູ່ບ້ານຮ່ອງໄກ່ແກ້ວເມືອງຈັນທະບູລີນະຄອນຫລວງວຽງຈັນ ໄດ້ຮັບຄວາມເສຍຫາຍໝົດກ້ຽງ, ຍ້ອນລູກສາວອາຍຸໄວ 20 ປີເມົາຢາບ້າແລ້ວຈູດເຮືອນຕົນເອງ, ເຖິງວ່າເຈົ້າໜ້າທີ່ໄດ້ລະດົມລົດມອດໄຟຫລາຍຄັນເຂົ້າສະກັດກັ້ນ, ແຕ່ກໍຕ້ອງໃຊ້ເວລາກວ່າ 1 ຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄວ້ໄດ້. ປັດຈຸບັນ, ເຈົ້າໜ້າທີ່ໄດ້ຄວບຄຸມຕົວຜູ້ກ່ຽວເພື່ອດຳເນີນຄະດີຕາມລະບຽບກົດໝາຍ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ປັດຈຸບັນ, ສະພາບອາກາດຮ້ອນແຮງຢ່າງຜິດປົກກະຕິ, ອັນເປັນຕົ້ນເຫດກໍ່ໃຫ້ເກີດອັກຄີໄພໄດ້ງ່າຍຄື: ພຽງໄລຍະ 4 ເດືອນຕົ້ນປີນີ້, ມີອັກຄີໄພເກີດຂຶ້ນແລ້ວກວ່າ 60 ຄັ້ງ, ໃນນັ້ນຢູ່ນະຄອນຫລວງວຽງຈັນມີ 11 ຄັ້ງ, ຈຳປາສັກ 7 ຄັ້ງ, ຄຳມ່ວນ 6 ຄັ້ງ, ອຸດົມໄຊ ແລະ ອັດຕະປືແຂວງລະ 4 ຄັ້ງ ແລະ ແຂວງອື່ນໆອີກ, ອັນໄດ້ສ້າງຄວາມເສຍຫາຍແກ່ຊັບສິນຂອງພົນລະເມືອງຫລາຍກວ່າ 10 ຕື້ກີບ ແລະ ມີຜູ້ເສຍຊີວິດ 1 ຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເຫັນວ່າມີຈຳນວນເພີ່ມຂື້ນຫລາຍ, ໂດຍສາເຫດສ່ວນໃຫຍ່ແມ່ນໄຟຟ້າລັດວົງຈອນ, ຄວາມປະໝາດໃນການນໍາໃຊ້ຟືນໄຟ, ຈິ່ງຂໍຮຽກຮ້ອງໃຫ້ພາກສ່ວນຕ່າງໆ ເປັນເຈົ້າການຮ່ວມກັນໃນການເຝົ້າລະວັງ ແລະ ສະກັດກັ້ນອັກຄີໄພດັ່ງກ່າວໃຫ້ມີປະສິດທິຜົນ.