ລາວຖືສໍາຄັນການສົ່ງເສີມສິດທິເດັກນ້ອຍ

- Childrens right - ລາວຖືສໍາຄັນການສົ່ງເສີມສິດທິເດັກນ້ອຍ
- kitchen vibe - ລາວຖືສໍາຄັນການສົ່ງເສີມສິດທິເດັກນ້ອຍ

ໃນໂອກາດສະເຫລີມສະຫລອງວັນເດັກສາກົນ 1 ມິຖຸນາ, ຊຶ່ງໄດ້ຈັດຂຶ້ນທີ່ຫໍວັດທະນາທໍາແຫ່ງຊາດໃນວັນທີ 31 ພຶດສະພາຜ່ານມາ, ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກດຖະມົນຕີ, ທັງເປັນປະທານຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ຊຶ່ງໄດ້ຍົກໃຫ້ເຫັນວ່າ: ໃນຜ່ານມາ, ພັກ ແລະ ລັດຖະບານ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການຊຸກຍູ້, ພັດທະນາ ແລະ ສົ່ງເສີມເດັກນ້ອຍລາວໃຫ້ເຕີບໃຫຍ່ໃນສະພາບແວດລ້ອມທີ່ມີຄວາມປອດໄພ, ໄດ້ຮັບການສຶກສາ ແລະ ການບໍລິການສຸຂະພາບໃນຂັ້ນພື້ນຖານທີ່ດີ, ໂດຍສະເພາະໃນໄລຍະ 1 ປີຜ່ານມາ, ພວກເຮົາປະສົບຜົນສຳເລັດໃນຫລາຍດ້ານ ແລະ ພົ້ນ ເດັ່ນແມ່ນຄວາມຮັບຮູ້ ແລະ ເຂົ້າໃຈຂອງສັງຄົມທີ່ເຫັນເຖິງຄວາມສໍາຄັນຂອງເດັກນ້ອຍ ທີ່ຈະເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນອະນາຄົດ. ນອກນີ້, ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ໂດຍສະເພາະແມ່ນອົງການອຸຍນີເຊັບ, ສະຖານທູດອົດສະຕຣາລີ ແລະ ອົງການໄຊຟັນລາວ (Child Fund Laos) ກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອໃນວຽກງານສິດທິເດັກຮ່ວມກັບຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ແລະ ສູນກາງສະຫະພັນແມ່ຍິງລາວໃນການປະຕິບັດແຜນຍຸດທະສາດ, ພັນທະຕໍ່ສາກົນ ແລະ ພາກພື້ນ  ເພື່ອຊ່ວຍພັດທະນາເດັກນ້ອຍລາວໃຫ້ໄດ້ຮັບສິດ ແລະ ໂອກາດເທົ່າທຽມກັບເດັກນ້ອຍຊາດອື່ນໆໃນພາກພື້ນ ແລະ ສາກົນ, ພ້ອມທັງຮຽກຮ້ອງມາຍັງການຈັດຕັ້ງພັກ-ລັດທຸກຂັ້ນ, ຫົວໜ່ວຍທຸລະກິດ, ຜູ້ປະກອບການ, ປະຊາຊົນ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ເພີ່ມທະວີອອກແຮງແຂ່ງຂັນຈັດຕັ້ງປະຕິບັດວຽກງານກ່ຽວກັບເດັກນ້ອຍ, ຮັບປະກັນການເອົາໃຈໃສ່ດູແລ, ການພັດທະນາ, ການປົກປ້ອງ ແລະ ການມີສ່ວນຮ່ວມຂອງເດັກນ້ອຍທີ່ເປັນລູກຫລານຂອງພວກເຮົາ ໃຫ້ມີໄວເດັກທີ່ສົດໃສ ເພື່ອກ້າວເປັນຜູ້ໃຫຍ່ທີ່ມີອະນາຄົດ, ເປັນກຳລັງແຮງຕົ້ນຕໍ ຂອງຊາດ ປະກອບສ່ວນນຳພາປະເທດຊາດຫລຸດພົ້ນຈາກຄວາມດ້ອຍພັດທະນາໃນປີ 2020.

- 4 - ລາວຖືສໍາຄັນການສົ່ງເສີມສິດທິເດັກນ້ອຍ
- Visit Laos Visit SALANA BOUTIQUE HOTEL - ລາວຖືສໍາຄັນການສົ່ງເສີມສິດທິເດັກນ້ອຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!