ຄົນຈີນ ຊື້ກິດຈະການຍີ່ຫໍ້ດັງທົ່ວໂລກ
ໃຜຈະຄິດວ່າປະເທດຈີນທີ່ມີຊື່ສຽງເລື່ອງຂອງກ໊ອບປີ, ມາວັນນີ້ຄົນຈີນຊື້ສິນຄ້າຍີ່ຫໍ້ດັງຫລາຍສຸດໃນໂລກ ຍິ່ງໄປກວ່ານັ້ນ ຕອນນີ້ຄົນຈີນເລີ່ມຊື້ກິດຈະການຍີ່ຫໍ້ດັງທົ່ວໂລກ ຕໍ່ໄປພວກເຮົາຈະເຫັນໄດ້ໂມງ, ກະເປົາ, ລົດ Made in Europe ແຕ່ເຈົ້າຂອງຄືຄົນຈີນ.
ເລື່ອງນີ້ເປັນແນວໃດ ມື້ນີ້ພວກເຮົາຈະມາເລົ່າສູ່ຟັງ
ຮູ້ ຫລື ບໍ່ວ່າ ມູນຄ່າອຸດສາຫະກຳຍີ່ຫໍ້ດັງທົ່ວໂລກມີມູນຄ່າລວມກັນເຖິງ 44,87 ຕື້ບາດ, ຍີ່ຫໍ້ດັງຈະຄວບຄຸມສິນຄ້າໃນ ລົດຍົນ ແລະ ສິນຄ້າອຸປະໂພກເປັນຫລັກ. ຖ້າຖາມວ່າປະເທດໃດ ໃຊ້ສິນຄ້າເຫລົ່ານີ້ຫລາຍທີ່ສຸດ ຫລາຍຄົນອາດຕອບວ່າ ປະເທດໃນເຂດເອີຣົບ ເຊິ່ງເປັນດິນແດນຂອງບໍລິສັດຍີ່ຫໍ້ດັງຊັ້ນນຳຫລວງຫລາຍ ເຊິ່ງເປັນຄຳຕອບທີ່ “ຜິດ”. ຄຳຕອບທີ່ໜ້າຕົກໃຈຄື ປະເທດຈີນ.
ປະເທດຈີນຖືກເບິ່ງວ່າເປັນປະເທດອຸດສາຫະກຳໃຫຍ່ສຸດໃນໂລກ, ບໍລິສັດຊັ້ນນຳຂອງໂລກມີຖານການຜະລິດຢູ່ປະເທດນີ້ ແລະ ພວກເຮົາມັກຄຸ້ນເຄີຍກັບຄຳວ່າ Made in China ແຕ່ນ້ອຍໆຈົນເຖິງປັດຈຸບັນ, ເຖິງວ່າເລື່ອງນີ້ອາດຈະເປັນສິ່ງທີ່ເປັນຈຸດແຂງຂອງປະເທດຈີນ ເຊິ່ງປັດຈຸບັນຕົວເລກ GDP ຂອງປະເທດເພີ່ມຂຶ້ນກວ່າ 391 ຕື້ບາດ ແຕ່ໃນທາງກົງກັນຂ້າມ ກໍມີຈຸດອ່ອນບາງຢູ່.
ຄຳວ່າ Made in China ພັດຖືກເບິ່ງວ່າເປັນຂອງທຽບກັບ Made in ອື່ນໆບໍ່ໄດ້ ເຖິງວ່າຄຸນນະພາບອາດບໍ່ໄດ້ແຕກຕ່າງກັນ. ນີ້ເປັນສິ່ງທີ່ຄົນຈີນຈຶ່ງຊອກຫາສິ່ງຕ່າງໆທີ່ສາມາດເພີ່ມລະດັບຖານະທາງສັງຄົມຂຶ້ນມາ, ຍີ່ຫໍ້ດັງຈາກປະເທດທາງຕາເວັນຕົກທີ່ມີປະຫວັດສາດຍາວນານຈຶ່ງກາຍເປັນຕົວເລືອກທຳອິດຂອງຄົນຈີນ.
ຄົນຈີນ 7,6 ລ້ານຄົນ ຊື້ຂອງຍີ່ຫໍ້ດັງສະເລ່ຍຄົນລະ 354.000 ບາດຕໍ່ປີ ຄິດເປັນມູນຄ່າປະມານ 2,7 ຕື້ບາດຕໍ່ປີ ໂດຍປັດຈຸບັນ ຄົນຈີນເດີນທາງອອກນອກປະເທດເພື່ອເຮັດທຸລະກິດ, ການສຶກສາ ແລະ ການທ່ອງທ່ຽວ ແລະ ຄົນຈີນນິຍົມໃຊ້ຍີ່ຫໍ້ຫຍັງຫລາຍທີ່ສຸດ ?
ອາດແຍກເປັນເລື່ອງ: ຖ້າເປັນໂມງ ຄົນຈີນນິຍົມຊື້ໂມງ Rolex ຫລາຍທີ່ສຸດ, ຖັດມາແມ່ນ OmegaF, ສ່ວນປະເພດເສື້ອຜ້າ ຄົນຈີນມັກ Louis Vuitton ຫລາຍທີ່ສຸດ ແລະ ຖັດມາແມ່ນ Chanel ສະເລ່ຍແລ້ວຜູ້ຊາຍຈີນຊື້ຍີ່ຫໍ້ດັງຈະຊື້ Rolex ປີລະໜ່ວຍ, ສ່ວນຜູ້ຍິງຈີນຈະຊື້ Chanel Classic Flap Bag ປະມານ 2 ໜ່ວຍ ຫລື Louis Vuitton Neverfull MM 9 ໜ່ວຍຕໍ່ປີ.
ຢ້ອນກັບໄປ 10 ປີຜ່ານມາ ປະເທດຈີນຈັດງານໂອແລມປິກ ຄົນຈີນໃຊ້ຈ່າຍຊື້ສິນຄ້າຍີ່ຫໍ້ດັງພຽງແຕ່ 12% ຈາກຄົນຊື້ສິນຄ້າຍີ່ຫໍ້ດັງທົ່ວໂລກ, ແຕ່ປັດຈຸບັນ ຕົວເລກດັ່ງກ່າວເພີ່ມສູງເຖິງ 75%. ແປວ່າ ຖ້າມີ 4 ຄົນທົ່ວໂລກຊື້ສິນຄ້າຍີ່ຫໍ້ດັງ 3 ຄົນຈະເປັນຄົນຈີນ. ບໍ່ພຽງເທົ່ານັ້ນ ກິດຈະການຍີ່ຫໍ້ດັງໃນເອີຣົບເລີ່ມຖືກຄົນຈີນຊື້ກິດຈະການໄປເລື້ອຍໆ ຈາກການເຫັນໂອກາດການເຕີບໃຫຍ່ ແລະ ເປັນລູກຄ້າຊັ້ນດີຂອງອຸດສາຫະກຳຍີ່ຫໍ້ດັງຈາກຕາເວັນຕົກມາດົນນານ. ບໍລິສັດແຟຊັນຈີນຈຶ່ງເລີ່ມລົງທຶນ ແລະ ຊື້ກິດຈະການເຫລົ່ານັ້ນ, ຍີ່ຫໍ້ແຟຊັນຊັ້ນນຳຄື Lanvin ແລະ Bally ມີຜູ້ຖືຫຸ້ນໃຫຍ່ເປັນບໍລິສັດຈາກປະເທດຈີນ.
ສ່ວນລົດຍົນ ບໍລິສັດຈີນຍັງຖືຫຸ້ນໃຫຍ່ຢູ່ໃນບໍລິສັດ Volvo ເຖິງ 70% ລວມທັງບໍລິສັດ Daimler ທີ່ເປັນເຈົ້າຂອງລົດຍົນ Mercedes Benz ເຖິງ 9,69%, ລົດຍີ່ຫໍ້ດັງທີ່ຄົນທົ່ວໂລກນິຍົມກັນ ຕອນນີ້ມີຄົນຈີນຖືຫຸ້ນຢູ່ເກືອບ 10%. ໃນອະນາຄົດ ພວກເຮົາອາດເຫັນຍີ່ຫໍ້ດັງເອີຣົບອີກຫລາຍຍີ່ຫໍ້ເລີ່ມກາຍເປັນຂອງຄົນຈີນ, ພວກເຮົາລຶ້ງເຄີຍວ່າເມືອງເຊິນເຈີ້ນຂອງຈີນ ເປັນເມືອງແຫ່ງສິນຄ້າກ໊ອບປີ້, ທີ່ສຸດແລ້ວ ສິນຄ້າຍີ່ຫໍ້ດັງຈາກ ປາຣີສ, ລອນດອນ ທີ່ໃຊ້ກັນ ທີ່ເຫັນວ່າມີຄຸນນະພາບ, ລາຄາແພງ ເຈົ້າຂອງຍີ່ຫໍ້ດັງເຫລົ່ານັ້ນ ອາດຈະຢູ່ເມືອງເຊິນເຈີ້ນກໍເປັນໄດ້.