ແຟນບານດີໃຈທີ່ ເນມາ ຄືນສະໜາມທັນບານໂລກ
June 4, 2018 - 4:58 PM
ແຟນບານບຣາຊິວດີໃຈເມື່ອ ເນມາ ດາວເຕະທີມຊາດຟື້ນຈາກອາການບາດເຈັບໄດ້ທັນລົງແຂ່ງຂັນບານໂລກ 2018 ທີ່ຣັດເຊຍ.
ດາວຍິງຄ່າຕົວແພງ ເຊິ່ງເຂົ້າຮັບການຜ່າຕັດຕີນຂວາເມື່ອ 3 ເດືອນກ່ອນ ກັບມາລົງສະໜາມຮຽກຂວັນກຳລັງໃຈໃຫ້ທີມຊາດບຣາຊິວດ້ວຍການເອົາຊະນະ ໂຄຣເອເຊຍ 2-0 ໃນເກມອຸ່ນເຄື່ອງ ທັງຍັງສະແດງຄວາມສາມາດໃຫ້ແຟນບານ, ເພື່ອນຮ່ວມທີມ ແລະ ຜູ້ຄຸມທີມວ່າ: ສະພາບຮ່າງກາຍຂອງລາວແຂງແຮງສົມບູນພ້ອມທີ່ຈະລົງລຸຍບານໂລກທີ່ຣັດເຊຍ.