ມາເລເຊຍຈະແກ້ໄຂບັນຫາ ເດັກແບກໜັງສືໄປໂຮງຮຽນ


ກະຊວງສຶກສາທິການມາເລເຊຍກຳລັງສຶກສາຄວາມເປັນໄປໄດ້ທີ່ຈະຊ່ວຍໃຫ້ນັກຮຽນບໍ່ຕ້ອງແບກໜັງສືຈຳນວນຫລາຍໄປໂຮງຮຽນ.
ໜັງສືພິມນິວສເຕຣທາມຂອງມາເລເຊຍ ອ້າງຄຳກ່າວຂອງທ່ານ ດຣ. ມາສຊາລີ ມາລິກ ລັດຖະມົນຕີສຶກສາທິການວ່າ: ໄດ້ໃຫ້ຜູ້ປົກຄອງຮ່ວມສະແດງຄວາມຄິດເຫັນຜ່ານເຟສບຸກ ເພື່ອປັບປຸງລະບົບການສຶກສາຂອງປະເທດ, ປາກົດວ່າເລື່ອງທີ່ຜູ້ປົກຄອງຮ້ອງຮຽນຫລາຍທີ່ສຸດຄື ລູກຫລານຂອງຕົນຕ້ອງແບກໜັງສືຮຽນໄປໂຮງຮຽນໜັກຂຶ້ນເລື້ອຍໆ ໂດຍສະເພາະນັກຮຽນຊັ້ນປະຖົມ. ເລື່ອງນີ້ຫລາຍຝ່າຍໃຫ້ຄວາມເປັນຫ່ວງ ແລະ ທາງກະຊວງກຳລັງສຶກສາຄວາມເປັນໄປໄດ້ທີ່ຈະແກ້ໄຂຢູ່, ໜຶ່ງໃນນັ້ນຄືໃຊ້ແນວທາງການສຶກສາແບບສືບຫາຄວາມຮູ້ທີ່ບໍ່ຕ້ອງອາໄສຕຳລາໃນຫ້ອງຮຽນ ເປັນຮູບແບບທີ່ໃຊ້ໃນປະເທດພັດທະນາແລ້ວ, ນັກຮຽນບໍ່ຕ້ອງແບກໜັງສືຈຳນວນຫລາຍໄປໂຮງຮຽນ ວິທີນີ້ປະຕິບັດໄດ້ຈິງ ບໍ່ຕ້ອງໃຊ້ງົບປະມານ ອີກທັງຍັງເອື້ອອຳນວຍຕໍ່ການຮຽນຮູ້ຂອງນັກຮຽນ ແລະ ການສອນຂອງຄູນຳອີກ.