ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນມື້ນີ້
ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນໃນມື້ນີ້ ວັນທີ 5-28 ມິຖຸນານີ້, ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6) ນະຄອນຫລວງວຽງຈັນ. ກອງປະຊຸມ, ຈະໄດ້ຮັບຟັງບົດລາຍງານຂອງທ່ານນາຍົກລັດຖະມົນຕີກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈໍາ 6 ເດືອນຕົ້ນປິີ 2018 ແລະ ທິດທາງວຽກງານຈຸດສຸມປະຈໍາ 6 ເດືອນທ້າຍປີ 2018, ມາດຕະການຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ, ການສົ່ງເສີມທຸລະກິດຂະໜາດນ້ອຍ-ຂະໜາດກາງ, ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ການແກ້ໄຂບັນຫາໜີ້ສິນ, ການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ລວມທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ມາດຕະການແກ້ໄຂ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດປະຈໍາປີ 2018 ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດສະບັບເລກທີ 018/ສພຊ, ລົງວັນທີ 28 ພະຈິກ 2016 ວ່າດ້ວຍການອອກນິຕິກໍາລຸ່ມກົດໝາຍ, ບົດລາຍງານຂອງລັດຖະບານກ່ຽວກັບການປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດສະບັບເລກທີ 018/ສພຊ, ລົງວັນທີ 28 ພະຈິກ 2016 ວ່າດ້ວຍຜົນກະທົບຈາກການນໍາໃຊ້ເຄມີອັນຕະລາຍເກີນຄ່າມາດຕະຖານຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທໍາມະຊາດ. ພິຈາລະນາ ແລະ ຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ຮັບຟັງການຊີ້ແຈງສັງລວມຕໍ່ບັນຫາພົ້ນເດັ່ນທີ່ສະມາຊິກສະພາແຫ່ງຊາດຍົກຂຶ້ນ, ຊຶ່ງຕິດພັນກັບການຄຸ້ມຄອງບໍລິຫານລັດຂອງລັດຖະບານ, ຮັບຟັງບົດລາຍງານກ່ຽວກັບການປະຕິບັດມະຕິກອງປະຊຸມຮ່ວມລະຫວ່າງຄະນະປະຈໍາສະພາແຫ່ງຊາດກັບລັດຖະບານສະບັບເລກທີ 0145/ຄປຈ, ລົງວັນທີ 13 ກັນຍາ 2017 ວ່າດ້ວຍການປະຕິບັດນະໂຍບາຍຊົດເຊີຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການລົງທຶນຂອງລັດ ເປັນຕົ້ນ: ການຊົດເຊີຍຜົນກະທົບຈາກການກໍ່ສ້າງເສັ້ນທາງລົດໄຟ, ການກໍ່ສ້າງທາງດ່ວນ. ຮັບຟັງການຊີ້ແຈງກ່ຽວກັບໂຄງປະກອບລາຄານໍ້າມັນຢູ່ປະເທດເຮົາ, ສາເຫດການເພີ່ມຂຶ້ນຂອງລາຄານໍ້າມັນ ທີ່ສົ່ງຜົນກະທົບຕໍ່ການຜະລິດ, ຊີວິດການເປັນຢູ່ຂອງປະຊາຊົນ. ຮັບຟັງການຊີ້ແຈງກ່ຽວກັບມາດຕະການ ແລະ ວິທີການແກ້ໄຂຕໍ່ປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ບັນຫາຢາເສບຕິດ ແລະ ບັນຫາອຸປະຕິເຫດ. ຮັບຟັງການຊີ້ແຈງກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານ 3 ສ້າງຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ. ຮັບຟັງບົດລາຍງານກ່ຽວກັບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງຄະນະປະຈໍາສະພາແຫ່ງຊາດ. ພິຈາລະນາ ແລະ ຮັບຮອງບົດລາຍງານຂອງປະທານສານປະຊາຊົນສູງສຸດກ່ຽວກັບການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ແລະ ຈະພິຈາລະນາຮັບຮອງເອົາຮ່າງກົດໝາຍສ້າງໃໝ່ ແລະ ຮ່າງກົດໝາຍປັບປຸງ ລວມທັງໝົດ 13 ສະບັບ. ໃນນີ້ກົດໝາຍສ້າງໃໝ່ 5 ສະບັບຄື: ກົດໝາຍວ່າດ້ວຍການໃຫ້ວັກຊີນກັນພະຍາດ, ກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບ, ກົດໝາຍວ່າດ້ວຍປ້າຍ, ກົດໝາຍວ່າດ້ວຍການຄຸ້ມຄອງໜີ້ສິນສາທາລະນະ ແລະ ກົດໝາຍວ່າດ້ວຍສະຫະພັນນັກຮົບເກົ່າ. ສ່ວນກົດໝາຍປັບປຸງມີ 8 ສະບັບຄື: ກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ, ກົດໝາຍວ່າດ້ວຍປະກັນສັງຄົມ, ກົດໝາຍວ່າດ້ວຍທະບຽນຄອບຄົວ, ກົດໝາຍວ່າດ້ວຍການບິນພົນລະເຮືອນ, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍແນວລາວສ້າງຊາດ. ນອກນັ້ນ, ກໍຈະໄດ້ຮັບຮອງເອົາມະຕິ 4 ສະບັບຄື: ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ, ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາການຊີ້ແຈງສະພາບພົ້ນເດັ່ນຂອງທ່ານນາຍົກລັດຖະມົນຕີ ແລະ ຂອງບັນດາທ່ານລັດຖະມົນຕີຕໍ່ບັນຫາໂຄງປະກອບລາຄານໍ້າມັນຢູ່ປະເທດເຮົາ, ມາດຕະການ ແລະ ວິທີການແກ້ໄຂຕໍ່ປາກົດການຫຍໍ້ທໍ້ໃນສັງຄົມ, ການຈັດຕັ້ງປະຕິບັດວຽກງານ 3 ສ້າງຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດຕາມການສະເໜີຂອງປະທານສານປະຊາຊົນສູງສຸດ ແລະ ມະຕິຂອງກອງປະຊຸມສະພາແຫ່ງຊາດວ່າດ້ວຍການຮັບຮອງເອົາກົດໝາຍຈໍານວນ 13 ສະບັບ ແລະ ໃນໄລຍະດຳເນີນກອງປະຊຸມ, ໄດ້ຈັດຕັ້ງໜ່ວຍງານຮັບຜິດຊອບໂທລະສັບສາຍດ່ວນ ເພື່ອຮັບເອົາຄຳຄິດຄຳເຫັນ ແລະ ຄຳສະເໜີໂດຍກົງຈາກປະຊາຊົນທີ່ຈະສົ່ງໄປຍັງກອງປະຊຸມດັ່ງນີ້: ໂທລະສັບບໍ່ເສຍຄ່າໝາຍເລກ 156, ໂທລະສານໝາຍເລກ: 021 413528, ສົ່ງເປັນຈົດໝາຍທາງໄປສະນີ ຕູ້ ປນ. 662 ຫລື ສົ່ງອີເມວ: [email protected]