ອຸມຕິຕີ້ ຂະຫຍາຍສັນຍາ ບາຊາ ຮອດປີ 2023
June 5, 2018 - 5:01 PM
ຊາມູແອລ ອຸມຕິຕີ້ ກອງຫລັງຄົນເກັ່ງ ບາເຊໂລນາ ເຊັນສັນຍາຂະຫຍາຍເວລາກັບທີມອອກໄປຈົນຮອດປີ 2023 ຮຽບຮ້ອຍ ພ້ອມເປີດໃຈວ່າ: ດີໃຈທີ່ໄດ້ຝາກອະນາຄົດໄລຍະຍາວໄວ້ໃນຖິ່ນ ຄຳນູ.
ຊາມູແອລ ອຸມຕິຕີ້ ເຊັນເຕີແບັກຈອມເກັ່ງຂອງ ບາເຊໂລນາ ຍອດສະໂມສອນບານເຕະໃນ ລາລີກາ ສະເປນ ເຊັນສັນຍາສະບັບໃໝ່ກັບຕົ້ນສັງກັດຢ່າງເປັນທາງການ ໃນວັນທີ 4 ມິຖຸນາ ເຊິ່ງນັ້ນຈະເຮັດໃຫ້ລາວໄດ້ຢູ່ໃນຖິ່ນຄຳນູຮອດປີ 2023.
ກ່ອນໜ້ານີ້, ອຸມຕິຕີ້ ມີຂ່າວກ່ຽວພັນກັບ ແມນເຊສເຕີ ຢູໄນເຕັດ ຢ່າງໜັກ, ແຕ່ລາວໄດ້ແກ້ໄຂຂ່າວດັ່ງກ່າວ ແລະ ເລືອກຂະຫຍາຍສັນຍາກັບ ບາຊາ ອອກໄປແບບຍາວໆຮຽບຮ້ອຍ.
ໂຈເຊບ ມາເຣຽ ບາຣໂຕເມວ ຜູ້ບໍລິຫານໃຫຍ່ ບາເຊໂລນາ ລະບຸວ່າ: ຊາມູແອລ ອຸມຕິຕີ້ ກອງຫລັງຄົນເກັ່ງ ມີຄ່າຕົວສູງເຖິງ 500 ລ້ານເອີໂຣ.