ຍຸບເລີກໂຮງງານປຸງແຕ່ງໄມ້ບໍ່ຖືກຕ້ອງ 1.545 ຫົວຫນ່ວຍ
ຕາມການລາຍງານຂອງທ່ານ ທອງລຸນ ສີສຸລິດ ນາຍົກຍົກລັດຖະມົນຕີ ຕໍ່ກອງປະຊຸມສະໄໝສາມັນເພື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ໃນມື້ເປີດກອງປະຊຸມ ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແມ່ນດຳເນີນໄປຕາມຄາດໝາຍທີ່ວາງໄວ້, ມີຫລາຍອັນພົ້ນເດັ່ນ ແລະ ໜຶ່ງໃນນັ້ນກໍແມ່ນການຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ທີ່ລັດຖະບານໄດ້ເອົາໃຈໃສເລັ່ງແກ້ໄຂ, ມາຮອດປັດຈຸບັນ ສາມາດດັດສົມ ແລະ ຍຸບເລີກໂຮງງານປຸງແຕ່ງໄມ້ ແລະ ທຸລະກິດປຸງແຕ່ງໄມ້ຂະໜາດນ້ອຍບໍ່ໄດ້ຮັບອະນຸຍາດ ແລະ ຜິດກົດໝາຍໄດ້ທັງໝົດ 1.545 ຫົວໜ່ວຍ ຈາກຈຳນວນທັງໝົດ 2.857 ຫົວໜ່ວຍ, ພ້ອມນັ້ນກໍສາມາດກວດເຫັນຜູ້ກະທໍາຜິດ 631ກໍລະນີ, ມີຜູ້ຕ້ອງຫາ 702 ຄົນ, ໃນນີ້ມີພະນັກງານລັດຮ່ວມນຳ 421 ຄົນ, ຜູ້ປະກອບການ 59 ຄົນ, ປະຊາຊົນ 222 ຄົນ, ເຊິ່ງຖຶກປະຕິບັດວິໄນຕາມລະບຽບກົດໝາຍແລ້ວ.
ຢ່າງໃດກໍຕາມ, ລັດຖະບານຍັງສະສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງ 15/ນຍ ເພື່ອຄຸ້ມຄອງປ່າໄມ້ໃຫ້ມີຄວາມຍືນຍົງ ແລະ ສົ່ງເສີມການສ້າງມູນຄ່າເພີ່ມກ່ອນສົ່ງອອກ ຕີຖອຍປະກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປ, ໂດຍສະເພາະແມ່ນການລັກລອບຕັດໄມ້ທຳລາຍປ່າໃຫ້ຢຸດຕິລົງຢ່າງສີ້ນເຊີງ.
,