ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ໄຂຂຶ້ນຢ່າງເປັນທາງການ
ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 5-28 ມິຖຸນານີ້, ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ແລະ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ບຸນຍັງ ວໍລະຈິດ, ມີບັນດາການນໍາພັກ-ລັດ, ສະມາຊິກສະພາແຫ່ງຊາດ, ທູຕານຸທູດ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດໄຂກອງປະຊຸມວ່າ: ເປັນໄລຍະເວລາ 5 ເດືອນກວ່າ ທີ່ອົງການອຳນາດລັດທຸກຂັ້ນໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ VIII ເຊິ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການ, ແຕ່ຍ້ອນຄວາມເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຂອງກົມການເມືອງສູນກາງພັກ, ຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງຂອງທຸກພາກສ່ວນແຕ່ສູນກາງຮອດທ້ອງຖິ່ນ, ການເຂົ້າຮ່ວມຂອງຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ໄດ້ເຮັດໃຫ້ບັນດາຄາດໝາຍ, ນະໂຍບາຍ ແລະ ມາດຕະການຕ່າງໆ ທີ່ກອງປະຊຸມສະພາແຫ່ງຊາດຮັບຮອງເອົານັ້ນໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນລະບົບຕໍ່ເນື່ອງ ແລະ ມີຜົນສຳເລັດທີ່ດີຂຶ້ນ, ເຮັດໃຫ້ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດມະຫາພາກມີສະຖຽນລະພາບໂດຍພື້ນຖານ, ອັນໄດ້ສ້າງເງື່ອນໄຂ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການພັດທະນາປະເທດຊາດໃນໄລຍະຜ່ານມາກໍຄືໃນຕໍ່ໜ້າ ແລະ ກອງປະຊຸມຄັ້ງນີ້, ຈະພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍຈຳນວນ 13 ສະບັບ, ໃນນັ້ນກົດໝາຍຂົງເຂດຍຸຕິທຳ 2 ສະບັບ, ຂົງເຂດເສດຖະກິດ-ສັງຄົມ 8 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ 3 ສະບັບ, ເຊິ່ງບັນດາຮ່າງກົດໝາຍດັ່ງກ່າວມີຄວາມໝາຍສຳຄັນຍິ່ງເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄືບັນດາມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກໃຫ້ກາຍເປັນນິຕິກຳລະອຽດ ເພື່ອເພີ່ມເຄື່ອງມືໃນການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ຢູ່ໃນແຕ່ລະຂົງເຂດວຽກງານໃຫ້ເປັນລະບົບຄົບຖ້ວນກວ່າເກົ່າ. ນອກນີ້, ຈະໄດ້ຮັບຟັງລາຍງານ ແລະ ການປະກອບຄໍາເຫັນໃສ່ບົດລາຍງານຂອງລັດຖະບານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 4 ເດືອນຜ່ານມາ, ຄາດຄະເນ 6 ເດືອນຕົ້ນປີ 2018 ແລະ ທິດທາງວຽກງານຈຸດສຸມປະຈຳ 6 ເດືອນທ້າຍປີ 2018. ບົດລາຍງານຂອງລັດຖະບານກ່ຽວກັບການປະຕິບັດມະຕິຂອງກອງປະຊຸມສະພາແຫ່ງຊາດສະບັບເລກທີ 018/ສພຊ, ລົງວັນທີ 28 ພະຈິກ 2016 ວ່າດ້ວຍການອອກນິຕິກຳລຸ່ມກົດໝາຍ ແລະ ຜົນກະທົບຈາກການນຳໃຊ້ສານເຄມີອັນຕະລາຍເກີນຄ່າມາດຕະຖານຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທຳມະຊາດພິຈາລະນາ ແລະ ຮັບຮອງບົດລາຍງານຂອງລັດຖະບານກ່ຽວກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ. ບົດລາຍງານຂອງລັດຖະບານກ່ຽວກັບໂຄງປະກອບລາຄານ້ຳມັນ, ການຈັດຕັ້ງປະຕິບັດວຽກງານ 3 ສ້າງຕິດພັນກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ມາດຕະການ ແລະ ວິທີແກ້ໄຂຕໍ່ປາກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ: ບັນຫາຢາເສບຕິດ, ອຸປະຕິເຫດ ແລະ ນະໂຍບາຍຊົດເຊີຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟ. ພິຈາລະນາຮັບຮອງການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກຂອງສານປະຊາຊົນສູງສຸດ. ພິຈາລະນາບົດລາຍງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2018 ຂອງຄະນະປະຈຳສະພາແຫ່ງຊາດ.
ປະທານສະພາແຫ່ງຊາດ ກ່າວວ່າ: ບັນດາເນື້ອໃນທີ່ນຳມາພິຈາລະນາໃນກອງປະຊຸມຄັ້ງນີ້, ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ກະກຽມຈາກບັນດາກະຊວງ, ອົງການທີ່ກ່ຽວຂ້ອງເປັນຢ່າງດີ ແລະ ມີການປະສານສົມທົບກັນແຕ່ຫົວທີກັບຄະນະປະຈຳສະພາແຫ່ງຊາດ ແລະ ບັນດາກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ເພື່ອເຮັດໃຫ້ການຕົກລົງເນື້ອໃນສຳຄັນມີຄຸນນະພາບ, ປະກອບສ່ວນເຮັດໃຫ້ກອງປະຊຸມບັນລຸຜົນສຳເລັດຕາມຄາດໝາຍວາງໄວ້.