ອະນາຄົດ 1 ວັນອາດມີ 25 ຊົ່ວໂມງ
ຜົນການສຶກສາຂອງທ່ານ ສະຕີເຟນ ເມເຍີ ຈາກມະຫາວິທະຍາໄລວິສຄອນຊິນ-ເມດິສັນ ແລະ ທ່ານ ອັລເບີໂຕ ມາລິນເວີໂນ ຈາກມະຫາວິທະຍາໄລໂກລົມບີ ສອງນັກວິໄຈທາງທໍລະນີວິທະຍາສະຫະລັດອາເມລິກາ ທີ່ພິມລົງໃນວາລະສານ PNAS ລະບຸວ່າ: ໃນອະນາຄົດໂລກອາດມີໄລຍະເວລາໃນໜຶ່ງວັນທີ່ເພີ່ມຂຶ້ນ ເຊິ່ງເປັນຜົນມາຈາກດວງຈັນຄ່ອຍໆເຄື່ອນທີ່ຫ່າງຈາກໂລກໄປເລື້ອຍໆ ໂດຍພົບວ່າດວງຈັນຄ່ອຍໆເຄື່ອນທີ່ຫ່າງອອກໄປຈາກໂລກສະເລ່ຍ 1,5 ນິ້ວຕໍ່ປີ ຫລື ປະມານ 3,82 ຊມ ເຊິ່ງຈະສົ່ງຜົນໃຫ້ໂລກຄ່ອຍໆມີໄລຍະເວລາໃນ 1 ວັນດົນນານຂຶ້ນ.
ນອກຈາກນີ້, ລາຍງານຍັງລະບຸວ່າ: ໃນອະດີດໂລກເຄີຍມີເວລາໃນໜຶ່ງວັນພຽງ 18 ຊົ່ວໂມງ 41 ນາທີ ເນື່ອງຈາກວ່າດວງຈັນເຄີຍຢູ່ໃກ້ໂລກກວ່ານີ້ ໂດຍຄາດວ່າດວງຈັນມີອາຍຸຫລາຍກວ່າ 4,5 ພັນລ້ານປີມາແລ້ວ ໂດຍທຸກວັນນີ້ໂລກໃຊ້ເວລາໝູນອ້ອມຕົວເອງດົນຂຶ້ນກວ່າເກົ່າ 5 ຊົ່ວໂມງ ເມື່ອທຽບໃສ່ 1.400 ລ້ານປີກ່ອນ.
ທັງນີ້, ສອງນັກວິໄຈໄດ້ໃຊ້ຂໍ້ມູນຈາກການວິເຄາະຕະກອນດິນຈາກແຫລ່ງບູຮານຄະດີເຊຍມ່າຫລິງຂອງຈີນ ທີ່ມີອາຍຸເກົ່າແກ່ພັນລ້ານປີ ລວມທັງຈາກຊັ້ນຫີນໃນສັນພູໃຕ້ມະຫາສະໝຸດອັດລັງຕິກ ໂດຍຫາອັດຕາສ່ວນຂອງທອງແດງ ແລະ ອາລູມີນຽມ ເຊິ່ງຈະເປັນຫລັກຖານທີ່ບົ່ງບອກເຖິງວິຖີການໂຄຈອນຂອງໂລກ ແລະ ການປ່ຽນແປງສະພາບອາກາດເມື່ອກວ່າພັນລ້ານປີຜ່ານມາ.