ອີຣານເດີນໜ້າຜະລິດສານເສີມ ສະມັດຖະພາບຢູເຣນຽມເພີ່ມແລ້ວ
ທາງການອີຣານຍື່ນໜັງສືແຈ້ງຕໍ່ອົງການພະລັງງານປະລະມານູສາກົນ ຫລື IAEA ວ່າ: ໄດ້ເລີ່ມຂະບວນການເພີ່ມປະສິດທິພາບໃນການຜະລິດສານຢູເຣນຽມເຮກຊະຟູລອໍໄຣ (UF6) ເຊິ່ງເປັນວັດຖຸດິບສຳຄັນໃນການເສີມສະມັດຖະພາບຢູເຣນຽມທີ່ໃຊ້ຜະລິດອາວຸດນິວເຄຼຍແລ້ວ ໃນວັນທີ 5 ມິຖຸນານີ້.
ຜູ້ອຳນວຍການອົງການພະລັງງານປະລະມານູອີຣານ ຖະແຫລງວ່າ: ຈະມີການສ້າງເຄື່ອງປັ່ນແຍກຕະກອນ (Centrifuge) ເພີ່ມອີກ ເພື່ອໃຊ້ກັບຂະບວນການດັ່ງກ່າວໃນສະຖານທີ່ທາງນິວເຄຼຍຫລັກຂອງປະເທດ ທີ່ເມືອງນາທານ (Natanz) ໂດຍຈະເລັ່ງລົງມືປະກອບເຄື່ອງປັ່ນແຍກຕະກອນຈຳນວນຫລາຍໃຫ້ສຳເລັດໃນມໍ່ໆນີ້.
ການເຄື່ອນໄຫວດັ່ງກ່າວເກີດຂຶ້ນ ພາຍຫລັງທ່ານ ຢາຕໍເລາະ ອາລີ ຄາເມເນອີ ຜູ້ນຳສູງສຸດ ມີຄຳສັ່ງໃຫ້ລັດຖະບານເລັ່ງຂະບວນການຕ່າງໆທີ່ກ່ຽວຂ້ອງກັບປະສິດທິພາບໃນການພັດທະນານິວເຄຼຍໃຫ້ເດີນໜ້າໄວຂຶ້ນ ເພື່ອເປັນທາງເລືອກ “ໃນກໍລະນີທີ່ມີຄວາມຈຳເປັນ” ເຊິ່ງຄຳເວົ້າຂອງຜູ້ນຳອີຣານນີ້ ອາດໝາຍເຖິງກໍລະນີທີ່ມີການຍົກເລີກຂໍ້ຕົກລົງນິວເຄຼຍກັບບັນດາປະເທດ.
ເຖິງຢ່າງໃດກໍຕາມ, ລັດຖະບານອີຣານຢືນຢັນວ່າ: ການຍົກລະດັບປະສິດທິພາບໃນການຜະລິດສານເສີມສະມັດຖະພາບຢູເຣນຽມຄັ້ງນີ້ ຍັງເປັນໄປຕາມຂໍ້ກຳນົດໃນຂໍ້ຕົກລົງນິວເຄຼຍອີຣານຢູ່ ເຊິ່ງຂໍ້ຕົກລົງດັ່ງກ່າວອະນຸຍາດໃຫ້ອີຣານສ້າງເຄື່ອງປັ່ນແຍກຕະກອນໄດ້ບາງສ່ວນ ແລະ ຕ້ອງບໍ່ນຳມາໃຊ້ງານພາຍໃນໄລຍະເວລາ 10 ປີທຳອິດ.