ເມສຊີ ແຊງ ໂຣນັລໂດ ຂຶ້ນແທ່ນ ນັກເຕະບານລວຍສຸດໃນໂລກ
ຟອບ ວາລະສານດ້ານທຸລະກິດ ແລະ ການເງິນຊື່ດັງຂອງອາເມລິກາ ໄດ້ຈັດອັນດັບຫລ້າສຸດກ່ຽວກັບນັກເຕະບານທີ່ມີຊັບສິນຫລາຍທີ່ສຸດໃນໂລກ ຜົນປາກົດວ່າ: ລິໂອເນລ ເມສຊີ ກອງໜ້າທີມຊາດອາເຈນຕິນາ ແລະ ທີມບາເຊໂລນາ ເລື່ອນຂຶ້ນມາຢູ່ອັນດັບ 1 ຮຽບຮ້ອຍແລ້ວ.
ໃນການຈັດອັນດັບກ່ອນໜ້ານີ້ຂອງ ຟອບ ນັກເຕະບານທີ່ມີຊັບສິນຫລາຍທີ່ສຸດໃນໂລກຄື ຄຣິສເຕຍໂນ ໂຣນັລໂດ ກອງໜ້າທີມຊາດໂປຣຕຸເກສ ແລະ ທີມຣີລ ມາດຣິດ, ແຕ່ໃນການຈັດອັນດັບຫລ້າສຸດ ໂຣນັລໂດ ຫລຸດລົງມາຢູ່ທີ 2 ໂດຍມີຊັບສິນທັງໝົດ 108 ລ້ານໂດລາສະຫະລັດ. ຂະນະທີ່ອັນດັບ 1 ຕົກເປັນຂອງ ເມສຊີ ມີຊັບສິນທັງໝົດ 111 ລ້ານໂດລາສະຫະລັດ, ອັນດັບ 3 ເນມາ ກອງໜ້າທີມຊາດບຣາຊິວ ແລະ ທີມປາຣີສ ແຊງແຊກແມງ ມີຊັບສິນທັງໝົດ 90 ລ້ານໂດລາສະຫະລັດ, ອັນດັບ 4 ເກເຣທ ເບວ ກອງກາງທີມຊາດເວວ ແລະ ທີມຣີລ ມາດຣິດ ມີຊັບສິນທັງໝົດ 34,6 ລ້ານໂດລາສະຫະລັດ, ອັນດັບ 5 ພອລ ປ໊ອກບາ ກອງກາງທີມຊາດຝຣັ່ງ ແລະ ທີມແມນເຊສເຕີ ຢູໄນເຕັດ ມີຊັບສິນທັງໝົດ 29,5 ລ້ານໂດລາສະຫະລັດ. ທັງນີ້, ຖ້າລວມນັກກິລາທຸກປະເພດໃນໂລກນີ້ ຄົນທີ່ມີຊັບສິນຫລາຍທີ່ສຸດຄື ຟລອຍ ເມເວທເທີ ຈູເນຍ ນັກມວຍຊາວອາເມລິກາ ມີທັງໝົດ 285 ລ້ານໂດລາສະຫະລັດ.