ພາກລັດ ແລະ ເອກະຊົນຫາລືການໂຄສະນາວຽກງານທ່ອງທ່ຽວໃຫ້ແຂງແຮງ
ເມື່ອບໍ່ດົນມານີ້, ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ ໄດ້ຈັດກອງປະຊຸມຫາລືກ່ຽວກັບການວາງແຜນໂຄສະນາການທ່ອງທ່ຽວ, ໂດຍການເປັນປະທານຂອງທ່ານຫົວໜ້າຫ້ອງວ່າການປົກຄອງແຂວງດັ່ງກ່າວ, ພ້ອມດ້ວຍພະນັກງານກ່ຽວຂ້ອງທັງຈາກພາກລັດ ແລະ ຜູ້ປະກອບການເຂົ້າຮ່ວມ ເພື່ອປືກສາຫາລືການດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດໃຫ້ເຂົ້າມາທ່ຽວໃນລາວຫລາຍຂຶ້ນເວົ້າລວມ, ເວົ້າສະເພາະແມ່ນບັນດາແຂວງພາກໃຕ້, ໂດຍໄດ້ມີການສົນທະນາໃນຫົວຂໍ້ຕ່າງໆເຊັ່ນ: ຂໍ້ມູນພື້ນຖານຂອງຕາຕະລາງການເດີນທາງ ແລະ ລາຄາການບໍລິການຂົນສົ່ງທາງບົກ ແລະ ທາງອາກາດ, ທ່າແຮງ ແລະ ເງື່ອນໄຂເພື່ອການໂຄສະນາການທ່ອງທ່ຽວຢູ່ພາກໃຕ້ ແລະ ອື່ນໆ.
ທ່ານຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງດັ່ງກ່າວ ໃຫ້ຮູ້ວ່າ: ເພື່ອໃຫ້ວຽກງານການທ່ອງທ່ຽວມີການພັດທະນາດີຂຶ້ນກວ່າເກົ່ານັ້ນ, ພວກເຮົາຈະຕ້ອງໄດ້ເອົາໃຈໃສ່ໃນຫລາຍດ້ານ, ໂດຍສະເພາະແມ່ນການພັດທະນາບຸກຄະລາກອນໃນຂະແຫນງທ່ອງທ່ຽວ ເພື່ອສາມາດທຽບເທົ່າກັບສະພາບການປ່ຽນແປງໃໝ່ໃນປັດຈຸບັນ.
ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ທີ່ໄຂຂຶ້ນໃນວັນທີ 5 ມິຖຸນານີ້, ລັດຖະບານໄດ້ລາຍງານວ່າ: ວຽກງານສົ່ງເສີມປີທ່ອງທ່ຽວລາວ 2018 ໄດ້ດຳເນີນໄປຢ່າງເປັນຂະບວນຟົດຟື້ຶ້ນ, ບັນດາຂະແຫນງການກ່ຽວຂ້ອງ ແລະ ທ້ອງຖິ່ນກໍໄດ້ປະສານສົມທົບກັນຈັດກິດຈະກຳ ແລະ ສ້າງຂະບວນການເພື່ອໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວ, ໂດຍໄດ້ດຳເນີນການເປີດປີທ່ອງທ່ຽວລາວຢູ່ບັນດາແຂວງຕ່າງໆແລ້ວ 13 ແຂວງ, ພ້ອມທັງຈັດກິດຈະກຳໂຄສະນາການທ່ອງທ່ຽວລາວຢູ່ຕ່າງປະເທດອີກດ້ວຍ ແລະ ໃນ 3 ເດືອນຕົ້ນປີເຫັນວ່າມີນັກທ່ອງທ່ຽວເຂົ້າມາ ສປປ ລາວ ກວ່າ 1 ລ້ານຄົນ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 2,11%.