ການເຕີບໂຕຂອງເສດຖະກິດໃນ 6 ເດືອນຕົ້ນປີຈະບັນລຸ 6,7%
ຕາມການລາຍງານຂອງທ່ານ ທອງລຸນ ສີສຸລິດ ນາຍົກຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳ 4 ເດືອນ, ຄາດຄະເນການປະຕິບັດແຜນ 6 ເດືອນຕົ້ນປີ 2018 ແລະ ທິດທາງວຽກງານຈຸດສຸມ 6 ເດືອນທ້າຍປີ 2018 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 5 ມິຖຸນານີ້ວ່າ: ລັດຖະບານ ໄດ້ເອົາໃຈໃສ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ໄປຄຽງຄູ່ກັບການເອົາໃຈໃສ່ການຕິດຕາມກວດກາ ຂອງອົງການອໍານາດລັດ ແລະ ການຈັດຕັ້ງສັງຄົມ, ການສ້າງ ແລະ ປັບປຸງກົດໝາຍ ແລະ ສ້າງນິຕິກໍາລຸ່ມກົດໝາຍ ໃນຂົງເຂດຢ່າງເປັນລະບົບໄດ້ຫຼາຍຂຶ້ນ ໂດຍສະເພາະໃນເຂດເສດຖະກິດ. ອີງຕາມຂໍ້ມູນອັດຕາການເຕີບໂຕເສດຖະກິດໃນ 6 ເດືອນຕົ້ນປີ ຄາດວ່າຈະບັນລຸໃນລະດັບ 6,7%, ໃນນັ້ນ, ຂະແໜງກະສິກຳ ຈະເພີ່ມຂຶ້ນ 2,9% (ມະຕິສະພາຮັບຮອງ 2,8%) ກວມ 15,9% ຂອງ GDP, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 2,7% (ມະຕິສະພາຮັບຮອງ 9,1%) ກວມ 31,2% ຂອງ GDP, ຂະແໜງບໍລິການ ເພີ່ມຂຶ້ນ 7,9% (ມະຕິສະພາຮັບຮອງ 6,4%) ກວມ 41,7% ຂອງ GDP, ພາສີຈາກການນຳເຂົ້າ ເພີ່ມຂຶ້ນ 6,8% (ມະຕິສະພາຮັບຮອງ 9%) ກວມ 11,2% ຂອງ GDP, GDP ຄິດໄລ່ເປັນມູນຄ່າໃນປີ ໄດ້ປະມານ 152.436 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ ຈະບັນລຸໄດ້ 2.609 ໂດລາສະຫະລັດຕໍ່ປີ.
ທ່ານນາຍົກ ໃຫ້ຮູ້ວ່າ: ເຖິງວ່າເສດຖະກິດມະຫາພາກ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 4 ເດືອນ ເຫັນວ່າການເຕີບໂຕທາງເສດຖະກິດ ຍັງບໍ່ທັນໜັກແໜ້ນ, ສ່ວນໃຫຍ່ຍັງອີງໃສ່ການລົງທຶນຈາກການກໍ່ສ້າງພື້ນຖານໂຄງລ່າງ, ການຂຸດຄົ້ນຊັບພະຍາກອນທໍາມະຊາດ ເຊິ່ງບັນດາຂະແໜງການເຫຼົ່ານີ້ ຍັງບໍ່ທັນໄດ້ສ້າງລາຍຮັບ ແລະ ວຽກເຮັດງານທໍາໃຫ້ແກ່ຜູ້ອອກແຮງງານລາວເທົ່າທີ່ຄວນ, ຖ້າສະພາບການຂະຫຍາຍຕົວຍັງມີຄວາມບອບບາງລັກສະນະນີ້, ການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ຄາດຄະເນໝົດປີຈະບັນລຸໄດ້ພຽງ 6,7% ຫຼຸດແຜນການປີທີ່ວາງໄວ້ຄື 7% ແລະ ສຳລັບທິດທາງແຜນການໃນ 6 ເດືອນທ້າຍປີ, ລັດຖະບານຈະສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍສ້າງການເຕີບໃຫຍ່ທາງເສດຖະກິດ ໂດຍອີງໃສ່ກຳລັງແຮງສັງລວມທົ່ວຂົງເຂດເສດຖະກິດ-ສັງຄົມ ເພື່ອໃຫ້ເສດຖະກິດມະຫາພາກມີສະຖຽນລະພາບ ແລະ ເຕີບໃຫຍ່ຢ່າງຕໍ່ເນື່ອງ, ການພັດທະນາໂດຍລວມໄປຕາມທິດສີຂຽວ ແລະ ຍືນຍົງ, ໂດຍຈະສືບຕໍ່ພະຍາຍາມຫລຸດຜ່ອນການເອື່ອຍອີງໃສ່ຂະແໜງຊັບພະຍາກອນທຳມະຊາດ, ຫລຸດຜ່ອນການເພິ່ງພາ ແລະ ການດຸ່ນດ່ຽງງົບປະມານຈາກພາຍນອກ, ສືບຕໍ່ເຂັ້ມງວດໃນດ້ານການປະຕິບັດວິໄນແຜນການ-ການເງິນ ແລະ ເດັດຂາດບໍ່ໃຫ້ມີໂຄງການລົງທຶນນອກແຜນຂອງລັດ. ໃນນັ້ນ, ຈະເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະການກະຕຸ້ນເສດຖະກິດໃຫ້ມີປະສິດທິຜົນ ຄື: (1) ສືບຕໍ່ຊຸກຍູ້ເກັບລາຍຮັບຈາກຖານລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ, ຫັນການເກັບລາຍຮັບໄປສູ່ລະບົບເອເລັກໂຕຣນິກທີ່ທັນສະໄໝຢ່າງຈິງຈັງ ເພື່ອປິດຊ່ອງຫວ່າງການຮົ່ວໄຫລຂອງລາຍຮັບງົບປະມານເທື່ອລະກ້າວ, ສົ່ງເສີມໃຫ້ພາກທຸລະກິດຖືບັນຊີເພື່ອສ້າງສະພາບແວດລ້ອມໃຫ້ພາກທຸລະກິດສາມາດມອບພັນທະອາກອນໃຫ້ລັດຖະບານ ແລະ ເປັນເງື່ອນໄຂໃຫ້ພາກທຸລະກິດສາມາດເຂົ້າຫາແຫລ່ງທຶນໄດ້ງ່າຍຂຶ້ນ. ພ້ອມນີ້ ກໍຈະສືບຕໍ່ຂະຫຍາຍ ແລະ ສົ່ງເສີມໃຫ້ຫົວໜ່ວຍທຸລະກິດ ແລະ ປະຊາຊົນຫັນມາໃຊ້ວິທີການມອບພັນທະຕ່າງໆ ດ້ວຍລະບົບໂອນເງິນຜ່ານທາງເອເລັກໂຕຣນິກທີ່ເຫັນວ່າໄດ້ຮັບໝາກຜົນດີໃຫ້ນັບມື້ຫລາຍຂຶ້ນ. (2) ສືບຕໍ່ຊຸກຍູ້ຢ່າງແຂງແຮງໃຫ້ຂະແໜງການ ແລະ ທ້ອງຖິ່ນສູ້ຊົນຮັບຜິດຊອບຫລາຍກວ່າເກົ່າໃນການປະຕິບັດແຜນຜະລິດຕາມລະດູການ ເພື່ອໃຫ້ບັນລຸຕາມຄາດໝາຍວາງໄວ້ໃນປີ 2018 ໂດຍລົງຕິດຕາມ ແລະ ນຳພາເຮັດຕົວຈິງຢ່າງແທດເຖິງ, ກວດຄືນ ແລະ ແກ້ໄຂຂໍ້ຄົງຄ້າງທີ່ກີດຂວາງຕໍ່ປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດໃຫ້ທັນການ, ຮີບຮ້ອນຈັດສັນຄຸ້ມຄອງການນຳໃຊ້ ແລະ ພັດທະນາທີ່ດິນກະສິກຳ, ຂະຫຍາຍການຜະລິດເປັນກຸ່ມເປັນສະຫະກອນ ຫລື ຮູບການຮ່ວມມືຂອງປະຊາຊົນແບບອື່ນໆ, ຍົກປະສິດທິພາບ, ຄຸນນະພາບຂອງການຜະລິດ; ກວດເບິ່ງຄືນກົນໄກການຈັດຕັ້ງປະຕິບັດການຜະລິດກະສິກຳຕາມສັນຍາທີ່ຫຍຸ້ງຍາກລະຫວ່າງຊາວກະສິກອນ ແລະ ຜູ້ປະກອບການ, ກະກຽມແຫລ່ງສິນເຊື່ອຈາກທະນາຄານນະໂຍບາຍ, ທະນາຄານສົ່ງເສີມກະສິກຳໃຫ້ຄອບຄົວຊາວກະສິກອນ ຫລື ຜູ້ປະກອບການທີ່ມີຄຸນນະພາບ, ສືບຕໍ່ຊຸກຍູ້ສົ່ງເສີມການລົງທຶນ ແລະ ການຜະລິດເປັນສິນຄ້າໃນຂະແໜງກະສິກຳ ເພື່ອໃຫ້ປະຊາຊົນ ແລະ ແຮງງານສ່ວນໃຫຍ່ຢູ່ຂະແໜງກະສິກຳໄດ້ມີການເຄື່ອນໄຫວ, ມີວຽກເຮັດງານທຳ ແລະ ມີລາຍຮັບເພີ່ມຂຶ້ນ, ສືບຕໍ່ສົ່ງເສີມການພັດທະນາອຸດສາຫະກຳປຸງແຕ່ງກະສິກຳ, ໂດຍສະເພາະອຸດສາຫະກຳອາຫານທີ່ມີຄຸນນະພາບ ເພື່ອຫລຸດຜ່ອນການນຳເຂົ້າ ແລະ ສົ່ງເສີມການສົ່ງອອກຕ່າງປະເທດໃຫ້ຫລາຍຂຶ້ນ. ພ້ອມນີ້ ກໍສົ່ງເສີມ ແລະ ເຜີຍແຜ່ການຄົ້ນຄວ້າວິໄຈກ່ຽວກັບການປູກ-ການລ້ຽງ ເພື່ອຍົກຜະລິດຕະພາບ ແລະ ສ້າງຄວາມອາດສາມາດແຂ່ງຂັນໃຫ້ແກ່ການຜະລິດພາຍໃນ. (3) ຍົກປະສິດທິພາບ ແລະ ປະສິດທິຜົນຂອງກົນໄກຄຸ້ມຄອງ ແລະ ບໍລິການປະຕູດຽວ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ຕາມທິດຊີ້ນຳຂອງຄຳສັ່ງເລກທີ 02/ນຍ 2018, ໂດຍສະເພາະແມ່ນການຫລຸດຂອດຂັ້ນໃນການອະນຸມັດລົງທຶນ, ການເພີ່ມຄວາມວ່ອງໄວ ແລະ ໂປ່ງໃສໃນການອະນຸຍາດດຳເນີນທຸລະກິດ, ຊຸກຍູ້ກົນໄກການລາຍງານຄວາມຄືບໜ້າໃນການປັບປຸງແຕ່ລະຕົວຊີ້ວັດຕໍ່ກອງປະຊຸມຄະນະສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ພ້ອມກັນລົງເລິກເກັບກຳສະພາບ ແລະ ຊ່ວຍຜູ້ລົງທຶນທີ່ໄດ້ລົງທຶນເຂດເສດຖະກິດພິເສດແກ້ໄຂບັນຫາທີ່ກີດຂວາງການລົງທຶນທີ່ມີປະສິດທິຜົນ, ໂດຍສະເພາະບັນຫາຕົ້ນທຶນຂອງການຜະລິດທີ່ຕິດພັນກັບສະຖຽນຂອງການສະໜອງໄຟຟ້າ, ຕົ້ນທຶນຈາກການຮົ່ວໄຫລໄຟຟ້າ, ການສະໜອງນ້ຳປະປາ, ການບຳບັດສິ່ງເສດເຫລືອ, ການຫລຸດຜ່ອນຄ່າຂົນສົ່ງ, ການຫລຸດຜ່ອນຂັ້ນຕອນອະນຸມັດການສົ່ງເສີມ ແລະ ອື່ນໆ ເພື່ອໃຫ້ການລົງທຶນດັ່ງກ່າວມີປະສິດທິຜົນ ແລະ ສາມາດແຂ່ງຂັນກັບສາກົນໄດ້. (4) ສືບຕໍ່ແກ້ໄຂໜີ້ສິນພາຍໃນທີ່ຍັງຄ້າງຊຳລະໃຫ້ແກ່ບັນດາຫົວໜ່ວຍທຸລະກິດພາຍໃນທີ່ຕິດພັນກັບການລົງທຶນຂອງລັດຖະບານ ແລະ ເປັນໂຄງການໃນແຜນທີ່ເຮັດສຳເລັດແລ້ວ 100% ແລະ ຜ່ານການຢັ້ງຢືນຄວາມຖືກຕ້ອງຂອງຂະແໜງການ, ໂດຍຈະສືບຕໍ່ຈັດສັນເຂົ້າໃນແຜນຊຳລະປະຈຳປີ ແລະ ຄົ້ນຄວ້າຊອກຫາແຫລ່ງທຶນຈາກພາຍໃນ ແລະ ພາຍນອກ ມາສະໜັບສະໜູນຕື່ມ. ພ້ອມນີ້ ກໍຈະສືບຕໍ່ສຸມໃສ່ແກ້ໄຂການອວ່າຍໜີ້ສາມແຈໃຫ້ສຳເລັດໂດຍໄວ ແລະ ຄົ້ນຄວ້າມາດຕະການຊ່ວຍພາກເອກະຊົນ ເພື່ອປົດລ໋ອກໃຫ້ພາກທຸລະກິດສາມາດເຄື່ອນໄຫວໄດ້. (5) ສະກັດກັ້ນໄພເງິນເຟີ້, ໂດຍສຸມໃສ່ຕິດຕາມ ແລະ ຄຸ້ມຄອງການເໜັງຕີງຂອງອັດຕາແລກປ່ຽນຢ່າງໃກ້ຊິດ, ໂດຍສະເພາະອັດຕາແລກປ່ຽນເງິນກີບທຽບເງິນບາດ ເພື່ອບໍ່ໃຫ້ກະທົບຕໍ່ເງິນເຟີ້ຫລາຍ, ກຳນົດເງິນຕາຕ່າງປະເທດສະກຸນຫລັກຢ່າງຈະແຈ້ງ ເພື່ອເປັນບ່ອນອີງປະຕິບັດນະໂຍບາຍ ແລະ ມາດຕະການຕາມຄວາມເໝາະສົມໃຫ້ອັດຕາແລກປ່ຽນປ່ຽນແປງຢູ່ໃນກອບທີ່ເໝາະສົມ, ປັບປຸງ ແລະ ປະຕິບັດນະໂຍບາຍຄຸ້ມຄອງເງິນຕາຕ່າງປະເທດໃຫ້ເຂົ້າສູ່ລະບົບ ເພື່ອສາມາດກຳໄດ້ກະແສເງິນເຂົ້າ-ອອກປະເທດ ແລະ ເປັນຂໍ້ມູນໃນການວາງນະໂຍບາຍອັດຕາແລກປ່ຽນ, ຕິດຕາມຄຸ້ມຄອງລາຄາສິນຄ້າ, ໂດຍສະເພາະສິນຄ້າທີ່ມີຜົນກະທົບແຮງຕໍ່ຕົ້ນທຶນການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກໍຄືໝວດລາຄາສິນຄ້າຄວບຄຸມ ເພື່ອບໍ່ໃຫ້ເໜັງຕີງແຮງ, ປັບໂຄງສ້າງລາຄານ້ຳມັນໃນຂອບເຂດທົ່ວປະເທດໃຫ້ມີຄວາມເໝາະສົມ, ຮັບປະກັນບໍ່ໃຫ້ກະທົບແຮງຕໍ່ເງິນເຟີ້ ແລະ ຕົ້ນທຶນການຜະລິດພາຍໃນ, ແຕ່ກໍຮັບປະກັນການສ້າງລາຍຮັບເຂົ້າງົບປະມານຕາມສະພາບຄວາມເປັນຈິງຂອງລາຄານ້ຳມັນໃນຕະຫລາດໂລກ. (7) ຄົ້ນຄວ້າ ແລະ ຄັດເລືອກກຸ່ມວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ມີທ່າແຮງ ເພື່ອຝຶກອົບຮົມໃຫ້ມີຄຸນນະພາບ ແລະ ຈັດບູລິມະສິດເຂົ້າເຖິງສິນເຊື່ອຂອງກອງທຶນ, ສ້າງຕັ້ງກອງທຶນສະໜອງສິນເຊື່ອສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ, ຄົ້ນຄວ້າ ແລະ ກຳນົດບັນດາກິດຈະກຳທີ່ຈະໄດ້ຮັບນະໂຍບາຍດ້ານພາສີ-ອາກອນຜ່ອນຜັນໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງທີ່ມີທ່າແຮງ, ສ້າງຖານຂໍ້ມູນ ແລະ ສະໜອງຂ່າວສານໃຫ້ແກ່ຜູ້ປະກອບການວິສາຫະກິດຂະໜາດນ້ອຍ ແລະ ກາງໃຫ້ເຂົ້າສູ່ລະບົບການຄ້າຜ່ານເອເລັກໂຕຣນິກໄດ້, ກະກຽມບຳລຸງສ້າງບຸກຄະລາກອນ, ຂະຫຍາຍສູນໃຫ້ຄຳປຶກສາໄປສູ່ແຂວງຕ່າງໆ, ຈັດຕັ້ງເປີດເວທີໃຫ້ນັກທຸລະກິດພາຍໃນໄດ້ມີການພົບປະແລກປ່ຽນຄວາມຮູ້, ຖ່າຍທອດເຕັກໂນໂລຊີຈາກບັນດານັກທຸລະກິດສາກົນໃຫ້ຫລາຍຂຶ້ນ, ສ້າງສູນຄົ້ນຄວ້າ ແລະ ການພັດທະນາ. (8) ສືບຕໍ່ປະຕິບັດຕາມແຜນການ-ແຜນງານ ແລະ ກິດຈະກຳຂອງປີທ່ອງທ່ຽວແຫ່ງຊາດ 2018 ໂດຍໂຄສະນາແຫລ່ງທ່ອງທ່ຽວທີ່ມີທ່າແຮງໃຫ້ຫລາຍຂຶ້ນ ແລະ ເຂົ້າເຖິງກຸ່ມເປົ້າໝາຍ, ສືບຕໍ່ປັບປຸງຄຸນນະພາບການບໍລິການທ່ອງທ່ຽວ ແລະ ບໍລິການທີ່ປິ່ນອ້ອມໃຫ້ດີຂຶ້ນແທ້, ສົ່ງເສີມ ແລະ ຊ່ວຍຜູ້ປະກອບການດ້ານທ່ອງທ່ຽວຍົກສູງຄວາມອາດສາມາດແຂ່ງຂັນຂອງຕົນ ແລະ ໂຄສະນາຜະລິດຕະພັນທ່ອງທ່ຽວຂອງຕົນຢ່າງເປັນຂະບວນ, ສ້າງຂະບວນການ ແລະ ກິດຈະກຳທີ່ໜ້າສົນໃຈ ແລະ ດຶງດູດນັກທ່ອງທ່ຽວ ໂດຍສະເພາະໃນຊ່ວງບຸນເທດສະການຕ່າງໆ, ແຕ່ນີ້ຮອດທ້າຍປີເພື່ອສ້າງບັນຍາກາດໃໝ່ໃຫ້ແກ່ການທ່ອງທ່ຽວ, ຈັດຕັ້ງການໃຫ້ຄຳປຶກສາ ແລະ ຝຶກອົບຮົມຜູ້ປະກອບການດ້ານການທ່ອງທ່ຽວ, ສະໜອງທຶນຮອນຈຳນວນໜຶ່ງ ເພື່ອສ້ອມແປງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກທີ່ສຳຄັນເຂົ້າເຖິງແຫລ່ງທ່ອງທ່ຽວໃຫ້ສະດວກ, ເພີ່ມທະວີການປະສານງານລະຫວ່າງຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອອຳນວຍຄວາມສະດວກໃນການທ່ອງທ່ຽວຄົບວົງຈອນ, ເພີ່ມທະວີການຮ່ວມມື ແລະ ເຊື່ອມໂຍງເຄືອຂ່າຍທ່ອງທ່ຽວໃນພາກພື້ນ ເພື່ອເຂົ້າເຖິງນັກທ່ອງທ່ຽວທີ່ມາທ່ຽວຢູ່ພາກພື້ນໃຫ້ຫລາຍຂຶ້ນ, ກວດກາ ແລະ ແກ້ໄຂບັນດາປາກົດຫຍໍ້ທໍ້ຕ່າງໆຕໍ່ນັກທ່ອງທ່ຽວ ເປັນຕົ້ນບັນຫາການເຂົ້າ-ອອກຂອງນັກທ່ອງທ່ຽວຢູ່ບັນດາດ່ານສາກົນທີ່ຍັງຊັກຊ້າ, ການເກັບຄ່າທຳນຽມຢູ່ແຕ່ລະດ່ານ ແລະ ການເກັບປີ້ເຂົ້າຊົມສະຖານທີ່ທ່ອງທ່ຽວຕ່າງໆຍັງບໍ່ເອກະພາບ, ການເອົາປຽບຄ່າໂດຍສານຕໍ່ນັກທ່ອງທ່ຽວຕ່າງປະເທດ ແລະ ອື່ນໆທີ່ບໍ່ສົມເຫດສົມຜົນ ເພື່ອເຮັດໃຫ້ສາມາດຫລຸດຕົ້ນທຶນ ແລະ ແຂ່ງຂັນໄດ້ກັບບັນດາປະເທດໃນພາກພື້ນ.