ຄາດວ່າສະພາບອາກາດປ່ຽນແປງ ຊ່ວຍເພີ່ມພື້ນທີ່ການປູກຝັງ
ນັກວິທະຍາສາດນາໆຊາດ ນຳໂດຍນັກວິທະຍາສາດຈາກວິທະຍາເຂດເກຣນເຟລ ແຫ່ງມະຫາວິທະຍາໄລການາດາ ປະເທດການາດາ ໄດ້ລາຍງານລົງວາລະສານດ້ານວິທະຍາສາດ ເຖິງການຕີລາຄາກ່ຽວກັບພື້ນດິນໃນໂລກທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງສະພາບອາກາດ ໂດຍສະເພາະພື້ນທີ່ກະສິກຳໃນເຂດໜາວ ບໍລິເວນຕອນເໜືອຂອງການາດາ, ຊູແອດ, ນອກແວ, ແຟງລັງ, ຣັດເຊຍ ແລະ ອາເມລິກາ ເຊິ່ງອາດເປັນໄປໄດ້ວ່າການປ່ຽນແປງສະພາບອາກາດຈະຊ່ວຍເພີ່ມພື້ນທີ່ກະສິກຳຂອງພາກພື້ນເຫລົ່ານີ້ໄດ້ເຖິງ 44% ພາຍໃນສະຕະວັດນີ້.
ຈາກການໃຊ້ແບບຈຳລອງສະພາບອາກາດທົ່ວໂລກ, ທີມນັກວິທະຍາສາດສາມາດຄາດຄະເນລະດັບຄວາມເຕີບໃຫຍ່ໃນວັນຕໍ່ໄປ ລວມທັງການປ່ຽນແປງຂອງປະລິມານນ້ຳຝົນໄດ້ໃນອະນາຄົດ ໂດຍເຊື່ອວ່າປະມານປີ 2099 ພື້ນທີ່ທາງຕອນເໜືອ 76% ຈະບັນລຸເງື່ອນໄຂທີ່ເໝາະສົມທາງດ້ານກະສິກຳໄດ້ ເພາະປັດຈຸບັນມີພຽງ 32% ຂອງພື້ນທີ່ເຂດເໜືອເທົ່ານັ້ນທີ່ຕ້ອງໃຊ້ອຸນຫະພູມສະສົມ (growing degree days) ເຊິ່ງເປັນວິທີນັບຄ່າອຸນຫະພູມສະເລ່ຍລາຍວັນ ມາເຊື່ອມໂຍງ ແລະ ຄາດໝາຍເຖິງການຈະເລີນເຕີບໃຫຍ່ຂອງພືດເຊັ່ນ: ຄວາມຕ້ອງການປະລິມານນ້ຳຝົນສຳລັບພັນຍາພືດຂະໜາດນ້ອຍເຊັ່ນ: ເຂົ້າບາເລ, ແຕ່ໃນທາງກົງກັນຂ້າມ ນັກວິທະຍາສາດກຸ່ມດັ່ງກ່າວໄດ້ເຕືອນວ່າ: ທ່າອ່ຽງສະພາບອາກາດດຽວກັນ ອາດເພີ່ມພື້ນທີ່ເໝາະສົມຕໍ່ການຈະເລີນເຕີບໃຫຍ່ຂອງພືດໃນເຂດໜາວ ແຕ່ອາດເຮັດໃຫ້ຄວາມສົມດູນຂອງນ້ຳໃນອາກາດໂລກປ່ຽນແປງເຊັ່ນກັນ ແລະ ຈະສົ່ງຜົນເສຍຕໍ່ເນື້ອທີ່ກະສິກຳໃນສ່ວນທີ່ເຫລືອຂອງໂລກ.