ຄະນະທ່ານທູດ ອີຢູ ຢ້ຽມຢາມສວນປູກໄມ້ວິກ ແລະ ໂຮງງານເຟີນິເຈີບໍລິສັດ ບົວລະພາ
ທ່ານທູດ ສະຫະພາບເອີຣົບ ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມວິຊາການຮ່ວມ ໃນການກະກຽມການເຈລະຈາ ຄັ້ງທີ II ຂອງແຜນງານ ການຈັດຕັງປະຕິບັດກົດຫມາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອຈະເປັນຄູ່ຮ່ວມສັນຍາການຄ້າໄມ້ ແບບສະຫມັກໃນ ລະຫວ່າງ ສປປ ລາວ ແລະ ສະພາບ ເອີລົບ ໃນລະຫວ່າງ ວັນທີ 4-5 ມິຖຸນາ ນີ້, ທີ່ນະຄອນຫລວງວຽງຈັນ. ແລະ ໃນໂອກາດນີ້ ຄະນະທ່ານທູດ ໄປຢ້ຽມຢາມສວນກ້າເບ້ຍໄມ້ວິກ, ກະຖິ່ນນະລົງ ແລະ ໄມ້ສັກ ແລະ ໂຮງງານເຟີນິເຈີໄມ້ ຂອງບໍລິສັດ ບົວລະພາ ກະສິກໍາ-ປ່າໄມ້ ຈຳກັດ ທີ່ບ້ານແສນອຸດົມ, ເມືອງໄຊທານີ, ນະຄອນຫລວງວຽງຈັນ.
ຄະນະທ່ານ ທູດ ຈາກອີຢູ ທີ່ໄປຢ້ຽມຢາມ ປະກອບມີປະເທດ ເຢຍລະມັນ, ແບນຊິກ, ຊູແອັດ, ໂອຕຣິດ, ລຸກຊໍາບວກ ແລະ ໂຮນລັງ ເຊິ່ງໃຫ້ກຽດຕ້ອນຮັບຂອງຄະນະອໍານວຍການ ບໍລິສັດ ພ້ອມທັງກັນຟັງລາຍງານວ່າ : ປັດຈຸບັນ, ບໍລິສັດ ໄດ້ກ້າເບ້ຍໄມ້ປະມານ 2,5 ລ້ານເບ້ຍ ສໍາລັບປູກໃນປີນີ້,ໃນນັ້ນມີ: ໄມ້ວີກ, ໄມ້ກະຖີນນະລົງ ແລະ ໄມ້ສັກຈໍານວນໜຶ່ງ ເພື່ອສ້າງແຫຼ່ງວັດຖຸດິບປ້ອນໂຮງງານເຟີນີເຈີໃຫ້ພຽງພໍ ແລະ ໃນໄວໆນີ້ ບໍລິສັດມີແຜນຈະສ້າງຕັ້ງໂຮງງານໄມ້ຝານ-ໄມ້ອັດ ຂະຫນາດໃຫຍ່ ຢູ່ເມືອງຫີນເຫີບ. ແຂວງວຽງຈັນ ແລະ ການດໍາເນີນທຸລະກິດຂອງບໍລິສັດ ແມ່ນກ່ຽວຂ້ອງກັບການມີສ່ວນຮ່ວມຂອງປະຊາຊົນໃນທ້ອງຖິ່ນ ໃຫ້ມີວຽກເຮັດງານທຳຈາກການເຂົ້າຮ່ວມໂຄງການ, ເຮັດໃຫ້ປະຊາຊົນມີລາຍຮັບທີ່ຫມັ່ນຄົງ ແລະ ສາມາດຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.