ສະພາບລັກຊັບຍັງພົ້ນເດັ່ນຢູ່ຄອນຫລວງວຽງຈັນ

- Untitled 1 copy 1 - ສະພາບລັກຊັບຍັງພົ້ນເດັ່ນຢູ່ຄອນຫລວງວຽງຈັນ
- kitchen vibe - ສະພາບລັກຊັບຍັງພົ້ນເດັ່ນຢູ່ຄອນຫລວງວຽງຈັນ

​​ເຈົ້າໜ້າທີ່ ປກສ ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ໃນ​ເດືອນພຶດສະພາ​ຜ່ານ​ມາ, ຢູ່ນະຄອນຫລວງວຽງຈັນໄດ້ມີປາກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນ 100 ກວ່າເລື່ອງ. ໃນນັ້ນ, ພົ້ນເດັ່ນແມ່ນສະພາບລັກຊັບພົນລະເມືອງກວມເອົາ 70 ກວ່າເລື່ອງ, ໂດຍສະເພາະແມ່ນລັກລົດຈັກ ເຊິ່ງມີລົດຈັກຂອງປະຊາຊົນເສຍຫາຍກວ່າ 60 ຄັນ ​ແລະ ຊັບ​ສິນ​ອື່ນໆ ລວມມູນ​ຄ່າ​ເສຍ​ຫາຍກວ່າຕື້ກີບ.

​  ເຈົ້າໜ້າທີ່ ​ໃຫ້​ຮູ້​ວ່າ: ບັນຫາດັ່ງກ່າວ ໃນໄລຍະຜ່ານມາ, ເຖິງວ່າເຈົ້າໜ້າທີ່ ໄດ້ສຸມໃສ່ການແກ້ໄຂຢ່າງຕັ້ງໜ້າ ແລະ ສາມາດຕິດຕາມຈັບຄົນບໍ່ດີກໍ່ເຫດມາດຳເນີນຄະດີເປັນຈຳນວນຫລາຍ, ແຕ່ເຫັນວ່າຍັງມີສະພາບບໍ່ດີຕ່າງໆເກີດຂຶ້ນລຽນຕິດ. ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ປະຊາຊົນຈົ່ງເພີ່ມສະຕິລະວັງຕົວໃນການຮັກສາຊັບສິນຂອງຕົນຫລາຍຂຶ້ນ, ເພື່ອບໍ່ໃຫ້ມີຊ່ອງຫວ່າງໃຫ້ແກ່ກຸ່ມຄົນບໍ່ດີລົງມືໄດ້ງ່າຍ ແລະ ເມື່ອເຫັນປາກົດການບໍ່ຕ່າງໆ ກໍໃຫ້ຮີບຮ້ອນແຈ້ງເຈົ້າໜ້າທີ່ໃກ້ຄຽງ ເພື່ອລົງແກ້ໄຂໄດ້ທັນການ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ​ໃນ​ປີຜ່ານມາ, ຢູ່ນະຄອນຫລວງ​ວຽງຈັນມີ​ປາກົດ​ການ​ຫຍໍ້​ທໍ້​ເກີດ​ຂຶ້ນ 5 ພັນ​ກວ່າ​ເລື່ອງ, ພົ້ນ​ເດັ່ນ​ແມ່ນ​ສະພາບ​ລັກ​ຊັບ​ພົນລະ​ເມືອງ, ຊຶ່ງ​ມີ​ລົດຈັກ​ເສຍ 913 ຄັນ, ລົດ​ໃຫຍ່ 13 ຄັນ ​ແລະ ຊັບ​ສິນ​ອື່ນໆ​ເປັນ​ຈຳນວນຫລວງຫລາຍ.

- 4 - ສະພາບລັກຊັບຍັງພົ້ນເດັ່ນຢູ່ຄອນຫລວງວຽງຈັນ
- 3 - ສະພາບລັກຊັບຍັງພົ້ນເດັ່ນຢູ່ຄອນຫລວງວຽງຈັນ
- 5 - ສະພາບລັກຊັບຍັງພົ້ນເດັ່ນຢູ່ຄອນຫລວງວຽງຈັນ