ເກີດເຫດໄຟໄໝ້ເຮືອນ ປະຊາຊົນເສຍຫາຍ 3 ຫລັງ ຢູ່ແຂວງ ຫລວງນ້ຳທາ ຍ້ອນໄຟຟ້າລັດວົງຈອນ
ກົມຕຳຫລວດສະກັດກັ້ນ ແລະ ມອດໄຟ ໃຫ້ຮູ້ວ່າ: ວັນທີ 6 ມິຖຸນາ ນີ້, ໄດ້ເກີດເຫດໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານ ວຽງຄຳ ເມືອງ ແລະ ແຂວງ ຫລວງນ້ຳທາ ໄດ້ຮັບຄວາມເສຍຫາຍ 3 ຫລັງ, ຊຶ່ງຈຸດເກີດເຫດແມ່ນ ເຮືອນກໍ່ສອງຊັ້ນໂດຍແມ່ນນາງ ວຽງສະຫວັນ ອາຍຸ 57 ປີ ອາຊີບພະນັກງານເປັນເຈົ້າຂອງ, ແລະ ໄດ້ໃຫ້ຄົນຕ່າງປະເທດມາພັກເຊົາ, ຈາກນັ້ນໄຟໄດ້ລຸກໄໝ້ ແລະ ລາມໄປໃສ່ເຮືອນປະຊາຊົນ ທີ່ຢູ່ໃກ້ຄຽງ ອີກ 2 ຫລັງໄດ້ຮັບຄວາມເສຍຫາຍໝົດກ້ຽງ, ຊຶ່ງເຈົ້າໜ້າທີ່ໄດ້ໃຊ້ເວລາກ່ວາ 2 ຊົ່ວໂມງ ຈຶ່ງສາມາດຄວບຄຸມໄຟບໍ່ໃຫ້ລຸກໄໝ້ຂະຫຍາຍວົງກ້ວາງ, ຈາກການສືບສວນ-ສອບສວນຂອງເຈົ້າໜ້າທີ່ ໃນເບື້ອງຕົ້ນຮູ້ວ່າ: ສາເຫດຂອງການເກີດໄຟໄໝ້ ແມ່ນຍ້ອນການ ສຽບໝໍ້ນ້ຳຮ້ອນໄວ້ດົນແລ້ວເກີດໄຟຊ໋ອດ(ລັດວົງຈອນ) ຈົນເກີດໄຟໄໝ້ເສຍຫາຍຄືດັ່ງກ່າວ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ໃນປີຜ່ານມາ, ທົ່ວປະເທດມີອັກຄີໄພເກີດຂຶ້ນຫລາຍກ່ວາ 170 ຄັ້ງ, ທຽບໃສ່ປີ 2016 ເພີ່ມຂຶ້ນຫລາຍກ່ວາ 30 ຄັ້ງ, ມີຜູ້ເສຍຊີວິດ 8 ຄົນ, ທຽບໃສ່ປີ 2016 ເພີ່ມຂຶ້ນ 7 ຄົນ, ເຮືອນຖືກໄຟໄໝ້ 186 ຫລັງ, ເຮືອນຖືກໄຟລວກ 23 ຫລັງ, ຕະຫລາດ 4 ແຫ່ງ, ຮ້ານຂາຍເຄື່ອງ 58 ຮ້ານ, ໂຮງງານ 2 ຫລັງ ແລະ ອື່ນຯ ລວມມີມູນຄ່າເສຍຫາຍທັງໝົດເປັນເງີນຫລາຍຕື້ກີບ.