ເຫຍື່ອພູເຂົາໄຟກົວເຕມາລາ ເພີ່ມຂຶ້ນເກີນຮ້ອຍຄົນ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກງານປະສານງານແກ້ໄຂໄພພິບັດແຫ່ງຊາດຂອງກົວເຕມາລາ (ຄອນແຣດ) ລາຍງານວ່າຈຳນວນຜູ້ເສຍຊີວິດຈາກເຫດພູເຂົາໄຟຟວຍໂກ ຄວາມສູງ 3.736 ແມັດ ຕັ້ງຢູ່ຫ່າງຈາກນະຄອນຫລວງກົວເຕມາລາໄປທາງຕາເວັນຕົກສຽງໃຕ້ພຽງ 40 ກິໂລແມັດ ລະເບີດຢ່າງຮຸນແຮງທີ່ສຸດໃນຮອບກວ່າ 40 ປີ ແລະ ສະຖານະການເກີດຂຶ້ນຢ່າງຕໍ່ເນື່ອງນັບແຕ່ວັນທີ 3 ມິຖຸນາ ເພີ່ມເປັນຢ່າງໜ້ອຍ 109 ຄົນ ແຕ່ຈຳນວນຜູ້ສູນຫາຍຍັງສູງເກືອບ 200 ຄົນ ໝາຍຄວາມວ່າມີຄວາມເປັນໄປໄດ້ສູງທີ່ຈຳນວນຜູ້ເສຍຊີວິດຈະເພີ່ມຂຶ້ນອີກ.
Devastation left behind by Guatemala’s #Fuego volcano https://t.co/zNSzrOphZZ pic.twitter.com/HFbJXtqifb
— RT (@RT_com) June 7, 2018
ເຖິງຢ່າງໃດກໍຕາມ, ໜ່ວຍງານດ້ານການກູ້ໄພຈຳເປັນຕ້ອງລະງັບພາລະກິດຄົ້ນຫາຜູ້ສູນຫາຍເປັນການຊົ່ວຄາວ ເນື່ອງຈາກຜົນການຕີລາຄາສະພາບແວດລ້ອມໃນລັດສະໝີໃກ້ກັບພູເຂົາໄຟພົບວ່າຢູ່ໃນນັ້ນ “ອັນຕະລາຍ” ໂດຍຝົນທີ່ຕົກລົງມາຢ່າງໜັກເພີ່ມຄວາມສ່ຽງຂອງການເກີດດິນເຈື່ອນ.