ວິຊາຂຽນໂປຣແກຣມຖືກບັນຈຸ ໃນຫລັກສູດການຮຽນໄທແລ້ວ
ເມື່ອມໍ່ໆມານີ້ ມີຂ່າວວ່າເດັກນັກຮຽນໄທຈະຕ້ອງເລີ່ມຮຽນຂຽນໂປຣແກຣມເປັນການສຶກສາພາກບັງຄັບກັນແລ້ວ. ຫລາຍໆຄົນຟັງແລ້ວອາດຈະຍັງບໍ່ເຊື່ອ ແຕ່ນີ້ເປັນເລື່ອງທີ່ກຳລັງຈະເກີດຂຶ້ນ ແລະ ເກີດໃນຕ່າງປະເທດມາແລ້ວ.
ເລື່ອງນີ້ເປັນມາແນວໃດ ມື້ນີ້ພວກເຮົາຈະເລົ່າໃຫ້ຟັງ: ຢ້ອນກັບໄປເມື່ອປະມານ 15 ປີກ່ອນ ຖ້າໃຜຍັງຈື່ໄດ້ ໄທຈະມີວິຊາ ສປຊ, ກພອ ແລະ ສລນ ທັງ 3 ວິຊານີ້ຈະຄວບຄຸມທັງ ວິທະຍາສາດ, ສັງຄົມ ແລະ ທັກສະພື້ນຖານ ທີ່ໃຊ້ໃນການດຳເນີນຊີວິດ, ແຕ່ຕໍ່ມາບໍ່ດົນວິຊາເຫລົ່ານີ້ຖືກຍົກເລີກໄປ ພ້ອມປ່ຽນເປັນວິຊາສັງຄົມ, ວິທະຍາສາດ ແລະ ອື່ນໆ ເຂົ້າມາແທນ.
ເປັນຫຍັງຕ້ອງມີການປ່ຽນຫລັກສູດ ? ຖ້າລອງເບິ່ງໄປອ້ອມຕົວ ຈະເຫັນວ່າຫລາຍປີຜ່ານມານີ້ ເຕັກໂນໂລຊີທົ່ວໂລກມີການພັດທະນາຢ່າງກ້າວກະໂດດ ບໍ່ວ່າຈະເປັນອິນເຕີເນັດ, ສະມາດໂຟນ, ສື່ສັງຄົມອອນລາຍ. ວິຊາກ່ຽວກັບເຕັກໂນໂລຊີຈຶ່ງມີຄວາມສຳຄັນກວ່າໃນສະໄໝກ່ອນ ຫລັກສູດຈຶ່ງຈຳເປັນຕ້ອງປ່ຽນແປງຕາມ ເພື່ອໃຫ້ທັນກັບເລື່ອງເຫລົ່ານີ້ສະເໝີ. ເທື່ອນີ້ກໍເຊັ່ນກັນ ເມື່ອເບິ່ງໄປອີກ 20 ປີຕໍ່ໜ້າ ຖ້າຖາມວ່າແມ່ນຫຍັງກຳລັງເປັນເມກະເທຣນຂອງໂລກ, ຄຳຕອບອາດຈະເປັນສິ່ງທີ່ເຮົາຮູ້ດີ Artificial Intelligence ຫລື ປັນຍາປະດິດ ຈະເປັນເມກະເທຣນ ເຂົ້າມາຢູ່ໃນທຸກຊ່ວງຊີວິດປະຈຳວັນຂອງເຮົາ ເຊິ່ງຫລາຍໆບໍລິສັດທົ່ວໂລກ ບໍ່ວ່າຈະເປັນເຟສບຸກ ຫລື ກູເກິ້ລ ກຳລັງໃຫ້ຄວາມສົນໃຈເປັນພິເສດ.
ຖ້າຈະສອນເດັກລຸ້ນໃໝ່ໃຫ້ທັນເຕັກໂນໂລຊີເຫລົ່ານີ້ ຫລັກສູດໃນການຮຽນການສອນອາດຈະຕ້ອງມີການປັບປຸງໃຫ້ເຂົ້າກັບເລື່ອງທີ່ຈະເກີດຂຶ້ນເຊັ່ນກັນ ເພື່ອໃຫ້ຕອບໂຈດເມກະເທຣນ Artificial Intelligence ນີ້ ເຮົາຕ້ອງຮູ້ຈັກການຄິດ, ວິເຄາະ, ຕຶກຕອງ ທີ່ຈະຂຽນຄຳສັ່ງໃຫ້ຫຸ່ນຍົນຄິດ ແລະ ເຮັດວຽກ.
ວິຊາການຂຽນໂປຣແກຣມຈຶ່ງໄດ້ຖືກບັນຈຸເຂົ້າໄປໃນຫລັກສູດການຮຽນໃນປັດຈຸບັນ ແລ້ວຫລັກສູດນີ້ມີໃນປະເທດອື່ນ ຫລື ບໍ່ ?
ປະເທດຟິນແລນ ທີ່ມີລະບົບການສຶກສາຕິດອັນດັບ 1 ຈາກການຈັດອັນດັບຫລ້າສຸດຂອງເວັບໄຊເວິລອີໂຄໂນມິກຟໍຣຳ (World Economic Forum) ໄດ້ບັນຈຸວິຊາຂຽນໂປຣແກຣມໄວ້ໃນຫລັກສູດລະດັບຊາດນັບແຕ່ປີຜ່ານມາ ລາຍລະອຽດຫລັກສູດມີດັ່ງນີ້: ເກດ 1-2 ຮຽນພື້ນຖານເລື່ອງການຂຽນໂປຣແກຣມ ໂດຍບໍ່ຈຳເປັນຕ້ອງໃຊ້ຄອມພິວເຕີ, ແຕ່ເນັ້ນໃຫ້ເດັກຝຶກແກ້ໄຂບັນຫາແບບເປັນຂັ້ນເປັນຕອນ ເພື່ອຝຶກຝົນຕຶກຕອງ ແລະ ຄວາມຄິດທາງວິເຄາະ; ເກດ 3-6 ເນັ້ນການຂຽນໂປຣແກຣມໃຫ້ເປັນສ່ວນໜຶ່ງຂອງ “ຄວາມຮູ້ທາງຂັ້ນຕອນທີ່ກວ້າງຂວາງ”; ເກດ 7-9 ການຂຽນໂປຣແກຣມ ຖືກເນັ້ນໃຫ້ເປັນວິຊາທີ່ມີກິດຈະກຳເຊື່ອມໂຍງກ່ຽວຂ້ອງກັບວິຊາອື່ນ.
ຫລັກສູດຂອງປະເທດໄທເປັນແບບໃດ ?
ປ.1 ຂຽນໂປຣແກຣມແບບບໍ່ຕ້ອງໃຊ້ຄອມພິວເຕີ ເປັນການຝຶກໃຊ້ບັດຄຳສັ່ງຍ່າງຂຶ້ນ-ລົງ-ຊ້າຍ-ຂວາ; ປ.4 ຂຽນໂປຣແກຣມໃນຄອມພິວເຕີແບບໃຊ້ວິທີລາກບລ໊ອກຄຳສັ່ງໃນຈໍ ບໍ່ມີການຂຽນໂຄ໊ດ ໃຊ້ໂປຣແກຣມ Scratch ຂອງ MIT ໃນການສອນ; ມ.1 ໃຫ້ເລືອກຮຽນພາສາສຳລັບຂຽນໂປຣແກຣມ ໂດຍພາສາທີ່ແນະນຳຄືພາສາ Python; ມ.4 ນຳເອົາພາສາທີ່ຮຽນມາ ໄປບູລະນະອົງຄວາມຮູ້ເພື່ອເຮັດໂຄງງານ ຈະເຫັນວ່າຫລັກສູດຂອງປະເທດໄທ ຈະໄປໃນແນວທາງດຽວກັບຟິນແລນ.
ນອກຈາກຟິນແລນແລ້ວ, ອັງກິດກໍເລີ່ມການສອນແບບນີ້ເມື່ອ 5 ປີກ່ອນ, ສ່ວນສິງກະໂປຫາກໍເລີ່ມສອນມາໄດ້ 2 ປີ. ໝາຍຄວາມວ່າ ການຮຽນວິຊາຂຽນໂປຣແກຣມແຕ່ນ້ອຍເກີດຂຶ້ນມາບໍ່ດົນໃນຕ່າງປະເທດ.