ໂຮງງານອຸດສາຫະກຳຫລາຍແຫ່ງຍັງສົ່ງຜົນກະທົບບໍ່ດີຕໍ່ສິ່ງແວດລ້ອມ
ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ເປີດເຜີຍໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນຢູ່ໃນປັດຈຸບັນນີ້ວ່າ: ໃນຜ່ານມາ, ຂະແໜງການກ່ຽວຂ້ອງໄດ້ກວດພົບເຫັນຫລາຍໂຮງງານອຸດສາຫະກຳໃນທົ່ວປະເທດໄດ້ປ່ອຍນ້ຳເປື້ອນ ແລະ ສານເຄມີອັນຕະລາຍຕ່າງໆລົງສູ່ທຳມະຊາດ, ໂດຍສະເພາະເຂດພາກເຫນືອ ແລະ ພາກໃຕ້. ຍ້ອນຜູ້ປະກອບການ ຫລື ເຈົ້າຂອງໂຮງງານເຫລົ່ານັ້ນບໍ່ຢາກລົງທຶນໃສ່ລະບົບການບຳບັດຕ່າງໆ ເປັນຕົ້ນແມ່ນໂຄງການຂຸດຄົ້ນບໍ່ແຮ່, ສວນກ້ວຍ, ຢາງພາລາ ແລະ ອື່ນໆ, ເຮັດໃຫ້ສົ່ງຜົນກະທົບບໍ່ດີຕໍ່ສິ່ງແວດລ້ອມ, ສັດລ້ຽງປະຊາຊົນໃນເຂດພຶ້ນທີ່ໃກ້ຄຽງລົ້ມຕາຍເປັນຈຳນວນຫຼາຍ, ທັງສົ່ງຜົນກະທົບຕ່າງໆຕໍ່ການດໍາລົງຊີວິດຂອງປະຊາຊົນນໍາອີກ.
ທ່ານລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ປັດຈຸບັນ, ມີຫລາຍໂຄງການລົງທຶນນັບແຕ່ໂຄງການພັດທະນາເຂື່ອນໄຟຟ້ານ້ຳຕົກ, ບໍ່ແຮ່, ອຸດສາຫະກຳ, ຂະແຫນງກະສິກຳ ແລະ ອື່ນໆ ໄດ້ດຳເນີນການຜະລິດຕິດພັນກັບການນຳໃຊ້ສານເຄມີ, ດັ່ງໃນຂະແຫນງອຸດສາຫະກຳທີ່ມີ 121 ບໍລິສັດໄດ້ຂຶ້ນທະບຽນການນຳເຂົ້າເຄມີຫລາຍກວ່າ 4 ພັນລາຍການ, ເພື່ອແນໃສ່ໃຫ້ໄດ້ຮັບຜົນຜະລິດສູງ ແລະ ຫລຸດຜ່ອນການນຳໃຊ້ແຮງງານຄົນ ເປັນຕົ້ນ: ການນຳໃຊ້ຢາປາບສັດຕູພຶດ, ຢາຂ້າຫຍ້າ, ປຸຍເຄມີຕ່າງໆ, ນອກນີ້, ຍັງມີການລັກລອບນຳເຂົ້າຜະລິດຕະພັນເຄມີຕ່າງໆຜິດກົດໝາຍຈຳນວນຫລາຍຕາມຊາຍແດນ, ເຊິ່ງຍັງພົບເຫັນການຈຳໜ່າຍຜະລິດຕະພັນເຄມີຫລາຍຊະນິດຢູ່ຕາມທ້ອງຕະຫລາດ, ເຮັດໃຫ້ປະຊາຊົນໄດ້ນຳໃຊ້ມັນເພື່ອຂ້າຫຍ້າ, ປາບສັດຕູພຶດ ແລະ ຈຸດປະສົງອື່ນໆ, ໂດຍບໍ່ປະຕິບັດຕາມຫລັກວິຊາການ. ນອກນີ້, ໂຮງງານອຸດສາຫະກຳຫລາຍແຫ່ງການກໍ່ສ້າງອາຄານ, ລະບົບເຄື່ອງຈັກການຜະລິດກໍຍັງບໍ່ໄດ້ມາດຕະຖານ, ໂດຍສະເພາະມີການປ່ອຍມົນລະພິດຕ່າງໆລົງສູ່ທຳມະຊາດ ທີ່ເປັນອັນຕະລາຍຕໍ່ທໍາມະຊາດສິ່ງແວດລ້ອມ ແລະ ສັງຄົມ, ເຊິ່ງບັນຫານີ້ຂະແໜງການກ່ຽວຂ້ອງຕ້ອງໄດ້ເພີ່ມທະວີການກວດກາ ແລະ ສະກັດກັ້ນແຕ່ຫົວທີ.