ສະຫວັນນະເຂດຕ້ອງການແຮງງານຫລາຍກວ່າ 21 ພັນຄົນຮອງຮັບການພັດທະນາ

- kitchen vibe - ສະຫວັນນະເຂດຕ້ອງການແຮງງານຫລາຍກວ່າ 21 ພັນຄົນຮອງຮັບການພັດທະນາ

- SS414 300x175 - ສະຫວັນນະເຂດຕ້ອງການແຮງງານຫລາຍກວ່າ 21 ພັນຄົນຮອງຮັບການພັດທະນາ

ທ່ານ ບຸນລົບ ໂຄດຫລັກຄຳຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ເພື່ອຮອງ ຮັບການພັດທະນາເສດຖະກິດ- ສັງຄົມຂອງແຂວງທີ່ນັບມື້ເພີ່ມຂຶ້ນ,  ການສະໜອງແຮງງານ ໃຫ້ແກ່ໂຄງການ ລົງທຶນຕ່າງໆທີ່ເຂົ້າມາພາຍໃນແຂວງ ໂດຍສະເພາະໃນເຂດເສດຖະກິດພິເສດສະຫວັນ- ເຊໂນ, ໃຫ້ພຽງພໍໂດຍໃນປີ 2017 ແຂວງຈະຮ່ວມມືກັບສູນພັດທະນາສີມືແຮງງານ ຈັງຫວັດມຸກດາຫານປະເທດໄທຈັດ ເຝິກ ອົບຮົມວິຊາຊີບໃຫ້ແຮງງານລາວ ຢູ່ສູນພັດທະນາສີມືແຮງງານຈັງຫວັດມຸກດາຫານ, ອຳນາດຈະ ເລີນໃຫ້ໄດ້ 140 ຄົນ ໃນສາຂາວິຊາຊີບຊ່າງເຊື່ອມໂລຫະ, ຊ່າງ ສ້ອມແປງເບື້ອງຕົ້ນ, ຊ່າງສ້ອມ ແປງລົດຈັກ, ຊ່າງຕິດຕັ້ງ ເຄື່ອງປັບອາກາດ, ຊ່າງໄຟຟ້າໃນອາຄານ, ຈາກນີ້ ກໍຈະໄດ້ມີການຈັດເຝິກອົບຮົມການປ່ຽນວຽກໃຫ້ໄດ້ 134 ຄົນ, ອົບຮົມພື້ນຖານສີມື  ແຮງງານແບບເຄື່ອນທີ່ຢູ່ໃນ ເມືອງທຸກຍາກໃຫ້ໄດ້ 88 ຄົນ, ເຝິກອົບຮົມຍົກລະດັບສີມືແຮງ ງານໃຫ້ຜູ້ອອກແຮງງານຕາມຫົວໜ່ວຍແຮງງານໃຫ້ໄດ້ 190 ຄົນ, ເຝິກ  ແລະ ທົດສອບ ສີມືແຮງງານລາວໃນ 5 ລະດັບຕາມມາດຕະຖານສີມືແຮງງານ ແຫ່ງຊາດໃຫ້ໄດ້ 250  ຄົນ, ພ້ອມນີ້ກໍເກັບກຳຕົວເລກແຮງງານທີ່ຜ່ານ ການເຝິກອົບຮົມ ກ່ອນເຂົ້າເຮັດວຽກຢູ່ບັນດາ ຫົວໜ່ວຍແຮງງານຕ່າງໆໃນສະຖານທີ່ ແລະ ນອກສະຖານທີ່ໃຫ້ໄດ້ 4 ພັນຄົນ, ສຳລັບຄາດໝາຍໃນປີ 2017 ນີ້ ແຂວງຈະສ້າງ ແລະ ພັດທະນາສີມື ແຮງງານໃຫ້  ໄດ້ທັງໝົດ 10 ພັນກວ່າຄົນ, ຂຶ້ນທະບຽນຜູ້ຊອກວຽກເຮັດງານ ທຳໃຫ້ໄດ້ 3.600 ຄົນ, ຈັດຫາວຽກງານທຳໃຫ້ໄດ້ 3.000 ຄົນ,  ເຊິ່ງຄາດຄະເນຄວາມ ຕ້ອງການຂອງຕະຫລາດແຮງ ງານພາຍໃນແຂວງມີຫລາຍ ກວ່າ 21 ພັນຄົນ, ເກັບກຳໂຕ ເລກຂໍ້ມູນຂ່າວສານຕະຫລາດ ແຮງງານໃຫ້ດັດສົມກຳລັງແຮງງານທີ່ເພີ່ມຂຶ້ນໃໝ່ໃຫ້ໄດ້ 18.669 ຄົນ, ພິຈາລະນາ ຂໍຂຶ້ນ ທະບຽນອອກບັດ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ແຮງ ງານຕ່າງປະເທດພາຍໃນ ແຂວງໃຫ້ໄດ້ 600 ຄົນ.

- Visit Laos Visit SALANA BOUTIQUE HOTEL - ສະຫວັນນະເຂດຕ້ອງການແຮງງານຫລາຍກວ່າ 21 ພັນຄົນຮອງຮັບການພັດທະນາ
- Visit Laos Visit SALANA BOUTIQUE HOTEL - ສະຫວັນນະເຂດຕ້ອງການແຮງງານຫລາຍກວ່າ 21 ພັນຄົນຮອງຮັບການພັດທະນາ
- 3 - ສະຫວັນນະເຂດຕ້ອງການແຮງງານຫລາຍກວ່າ 21 ພັນຄົນຮອງຮັບການພັດທະນາ
- 4 - ສະຫວັນນະເຂດຕ້ອງການແຮງງານຫລາຍກວ່າ 21 ພັນຄົນຮອງຮັບການພັດທະນາ
- 5 - ສະຫວັນນະເຂດຕ້ອງການແຮງງານຫລາຍກວ່າ 21 ພັນຄົນຮອງຮັບການພັດທະນາ