ການກຳຈັດກິ່ນເໝັນອັບໃນລົດ
June 11, 2018 - 1:50 PM
ລົດເປັນອີກບ່ອນທີ່ເຮົາຕ້ອງໃຊ້ເວລາຢູ່ໃນນັ້ນບໍ່ໜ້ອຍໃນແຕ່ລະມື້ ໂດຍສະເພາະຄົນໃນເມືອງອາດຕ້ອງຢູ່ໃນລົດດົນໆ ຄົງບໍ່ດີ ຫາກຈະຕ້ອງອົດທົນດົມກິ່ນເໝັນອັບໃນລົດ ເຊິ່ງກິ່ນເໝັນອັບນັ້ນຍັງສະແດງໃຫ້ຮູ້ວ່າລົດຂອງເຮົານັ້ນສ່ຽງຕໍ່ການສະສົມຂອງເຊື້ອແບັກທີເຣຍ ເຊິ່ງຈະເຕີບໃຫຍ່ໄດ້ດີເມື່ອມີຄວາມຊຸ່ມທີ່ເໝາະສົມ.
ຕົ້ນຕໍຂອງກິ່ນເໝັນອັບໃນລົດແບ່ງອອກໄດ້ເປັນ 2 ບ່ອນໃຫຍ່ໆ ຄື : ກິ່ນເໝັນອັບຈາກເຄື່ອງປັບອາກາດ ແລະ ກິ່ນເໝັນອັບຈາກຫ້ອງໂດຍສານ ເຊິ່ງເຮົາສາມາດດັບກິ່ນເໝັນອັບໄດ້ໂດຍໃຊ້ໂຕຊ່ວຍເຫລົ່ານີ້ :
- ໃຊ້ນຳ້ຫອມກິ່ນຕ່າງໆສີດດັບກິ່ນ.
- ໃຊ້ຖ່ານສຳລັບດັງໄຟວາງໄວ້ຕາມຈຸດຕ່າງໆຂອງລົດ ເພື່ອ ໃຫ້ຖ່ານດູດເອົາກິ່ນເໝັນອັບຂອງ ລົດ.
- ໃຊ້ພືດ, ດອກໄມ້ ແລະ ສະໝຸນໄພພື້ນເມືອງດັບກິ່ນທີ່ຫາໄດ້ງ່າຍ ເຊັ່ນ : ໃບເຕີຍ, ຫົວສີໄຄ, ໃບໝາກຂີ້ຫູດ, ດອກມະລິ ຫລື ໃບຊາຈີນແຫ້ງ ໂດຍເອົາມາມັດໂຮມກັນແລ້ວວາງໄວ້ຕາມແຈຕ່າງໆຂອງລົດເພື່ອໃຫ້ດູດກິ່ນເໝັນອັບອອກຈາກລົດ ຊ່ວຍໃຫ້ອາກາດໃນລົດສົດຊື່ນ ແລະ ເພີ່ມກິ່ນຫອມນຳອີກ.
- ເທນຳ້ສົ້ມສາຍຊູ 2 – 3 ບ່ວງແກງໃສ່ຖ້ວຍນ້ອຍໆ ແລ້ວຕັ້ງປະໄວ້ໃນລົດປະມານ 1 – 2 ຊົ່ວໂມງ ເພາະຄວາມສົ້ມຂອງນຳ້ສົ້ມສາຍຊູຈະຊ່ວຍດູດກິ່ນເໝັນອັບໃນລົດໃຫ້ຫາຍໄປໄດ້.