ສປຊ ຈະປະຊຸມສຸກເສີນເພື່ອລົງມະຕິຍັດຕິ ປະນາມອິດສະລາແອນຖະຫລົ່ມກາຊາ


ສະມັດຊາໃຫຍ່ສະຫະປະຊາຊາດ (UN) ຈະປະຊຸມສຸກເສີນໃນວັນທີ 13 ມິຖຸນານີ້ ເພື່ອລົງມະຕິຍັດຕິທີ່ອາຣັບສະໜັບສະໜູນໃຫ້ປະນາມອິດສະລາແອນ ເລື່ອງຖະຫລົ່ມເຂດກາຊາ ແລະ ຮຽກຮ້ອງໃຫ້ປົກປ້ອງຊາວປາແລັສຕິນຈາກການຮຸກຮານຂອງອິດສະລາແອນ.
ສະມັດຊາໃຫຍ່ UN ຈະປະຊຸມເວລາ 15:00 ໂມງ ວັນທີ 13 ມິຖຸນາ ຕາມເວລານະຄອນນິວຢອກຂອງອາເມລິກາ ກົງກັບເວລາ 02:00 ໂມງ ວັນທີ 14 ມິຖຸນາຕາມເວລາຢູ່ລາວ. ນັກການທູດເປີດເຜີຍວ່າ: ເນື້ອໃນຍັດຕິຈະຄືກັບທີ່ຖືກອາເມລິກາໃຊ້ສິດຢັບຢັ້ງໃນກອງປະຊຸມສະພາຄວາມໝັ້ນຄົງ ສປຊ (UNSC) ໃນອາທິດກ່ອນ. ອົງການຮ່ວມມືອິດສະລາມ (OIC) ແລະ ສັນນິບາດອາຣັບ ເປັນຜູ້ຊຸກຍູ້ໃຫ້ເປີດກອງປະຊຸມສຸກເສີນເພື່ອລົງມະຕິຍັດຕິນີ້. ຂະນະທີ່ເອີຣົບບາງປະເທດພະຍາຍາມເກ່ຍກ່ອມໃຫ້ຍົກເລີກ ໂດຍອ້າງວ່າຈະເປັນຜົນເສຍຖ້າບໍ່ໄດ້ຮັບສຽງສະໜັບສະໜູນຫລາຍເທົ່າກັບຍັດຕິເດືອນທັນວາ ທີ່ປະນາມອາເມລິກາເລື່ອງຍ້າຍສະຖານທູດຈາກນະຄອນຫລວງເທລອາວີບໄປນະຄອນເຢລູຊາເລັມ, ຄັ້ງນັ້ນກອງປະຊຸມສະມັດຊາໃຫຍ່ ສປຊ ເຫັນພ້ອມ 128 ສຽງຈາກທັງໝົດ 193 ສຽງ ຫລັງຈາກຖືກອາເມລິກາໃຊ້ສິດຢັບຢັ້ງໃນກອງປະຊຸມ UNSC. ດ້ານເອກອັກຄະລັດຖະທູດອິດສະລາແອນປະຈຳ ສປຊ ຕຳນິວ່າ: ແທນທີ່ຈະປະນາມກຸ່ມກໍ່ການຮ້າຍຮາມັດ, ບາງປະເທດພັດຫາທາງສະໜອງຄວາມຕ້ອງການທາງການເມືອງໃນປະເທດ ໂດຍການກ່າວໂທດອິດສະລາແອນຕໍ່ ສປຊ.
ທະຫານອິດສະລາແອນໃກ້ຊາຍແດນເຂດກາຊາສັງຫານຊາວປາແລັສຕິນ 4 ຄົນໃນວັນທີ 8 ມິຖຸນາ ທີ່ຊຸມນຸມປະທ້ວງຄັ້ງໃໝ່ ເຮັດໃຫ້ມີຊາວປາແລັສຕິນເສຍຊີວິດແລ້ວ 129 ຄົນນັບແຕ່ເລີ່ມການປະທ້ວງໃນວັນທີ 30 ມີນາຜ່ານມາ. ສະຖານະການຮຸນແຮງທີ່ສຸດໃນວັນທີ 14 ພຶດສະພາ ເມື່ອຊາວປາແລັສຕິນຖືກສັງຫານເຖິງ 61 ຄົນໃນການປະທ້ວງເປີດສະຖານທູດອາເມລິກາແຫ່ງໃໝ່ໃນເຢລູຊາເລັມ. ອິດສະລາແອນຢືນຢັນວ່າ: ຕ້ອງປິດລ້ອມເຂດກາຊາເພື່ອໂດດດ່ຽວກຸ່ມຮາມັດທີ່ປົກຄອງກາຊາ, ແຕ່ມີສຽງຂັດແຍ່ງວ່າ: ການກະທຳດັ່ງກ່າວເທົ່າກັບລົງໂທດເໝົາລວມຊາວປາແລັສຕິນ 2 ລ້ານຄົນໃນເຂດກາຊາ.