ການໃຊ້ສານເຄມີອັນຕະລາຍໃນຂະແໜງກະສິກໍາຢູ່ປະເທດເຮົາຍັງໜ້າເປັນຫວ່ງ

- sommard - ການໃຊ້ສານເຄມີອັນຕະລາຍໃນຂະແໜງກະສິກໍາຢູ່ປະເທດເຮົາຍັງໜ້າເປັນຫວ່ງ
- kitchen vibe - ການໃຊ້ສານເຄມີອັນຕະລາຍໃນຂະແໜງກະສິກໍາຢູ່ປະເທດເຮົາຍັງໜ້າເປັນຫວ່ງ

ທ່ານລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສົມມາດ ພົນເສນາ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ VIII ທີ່ພວມດໍາເນີນໃນປັດຈຸບັນນີ້ວ່າ: ການໃຊ້ສານເຄມີອັນຕະລາຍໃນຂະແໜງກະສິກໍາຢູ່ປະເທດເຮົາຍັງໜ້າເປັນຫ່ວງຫລາຍ, ໂດຍສະເພາະແມ່ນກໍລະນີການໃຊ້ສານເຄມີໃນສວນກ້ວຍຢູ່ບັນດາແຂວງພາກເໜືອ ເຊັ່ນ: ສວນກ້ວຍເຂດບ້ານຫລັງຜາ, ໂພນສໍາພັນ, ເມືອງລອງ, ເຂດບ້ານທົ່ງໃຫຍ່, ຕີນທາດ ເມືອງສິງແຂວງຫລວງນໍ້າທາ ແລະ ເຂດບ້ານຈັນໄຕ, ສີບຸນເຮືອງ, ເມືອງຮຸນ ແລະ ບ້ານນໍ້າແມດ, ນາປາ ເມືອງແບ່ງແຂວງອຸດົມໄຊ, ຊຶ່ງພົບເຫັນມີສານເຄມີອັນຕະລາຍຕົກຄ້າງຄື:

ຄາເບັນດາຊີມ (Carbendazim), ກລີໂພເສັດ (Glyphosate), ອາມີໂນ ເມັດທີນ ຟົດສຟໍຣິກ ອາຊິດ (Amino methyl phosphoric acid), ປາຣາກົວ (Paraquat) ຊະນິດຢາຂ້າຫຍ້າທີ່ຫ້າມນໍາເຂົ້າຢູ່ມາໃນລາວ, ໂຄລຈີລີຟອສ (Chlorpyrifos) ເປັນຢາປາບສັດຕູພືດ ແລະ ສານເຄມີ ອື່ນໆ, ເຊິ່ງບັນດາສານເຄມີເຫລົ່ານີ້, ລ້ວນແຕ່ເປັນອັນຕະລາຍສິ່ງແວດລ້ອມ, ເປັນພິດຮ້າຍແຮງຕໍ່ສິ່ງທີ່ມີຊີວິດ ທັງໃນໄລຍະສະເພາະໜ້າ ແລະ ຍາວນານ ແລະ ຕ້ອງໃຊ້ເວລາດົນນານໃນການເຫີຍລະບາຍ. ສະນັ້ນບັນຫານີ້, ຕ້ອງໄດ້ຮີບຮ້ອນຫາມາດຕະການສະກັດກັ້ນແຕ່ຫົວທີ່, ເພື່ອແນໃສ່ຮັບປະກັນໃຫ້ປະຊາຊົນບັນດາເຜົ່າໄດ້ດໍາລົງຊີວິດໃນສະພາບແວດລ້ອມທີ່ປາສະຈາກມົນລະພິດ ແລະ ນໍາໃຊ້ຜະລິດຕະພັນເຄມີຢ່າງຖືກຕ້ອງເໝາະສົມຕາມລະບຽບຫລັກການ.

- Visit Laos Visit SALANA BOUTIQUE HOTEL - ການໃຊ້ສານເຄມີອັນຕະລາຍໃນຂະແໜງກະສິກໍາຢູ່ປະເທດເຮົາຍັງໜ້າເປັນຫວ່ງ
- 3 - ການໃຊ້ສານເຄມີອັນຕະລາຍໃນຂະແໜງກະສິກໍາຢູ່ປະເທດເຮົາຍັງໜ້າເປັນຫວ່ງ
- 5 - ການໃຊ້ສານເຄມີອັນຕະລາຍໃນຂະແໜງກະສິກໍາຢູ່ປະເທດເຮົາຍັງໜ້າເປັນຫວ່ງ
- 4 - ການໃຊ້ສານເຄມີອັນຕະລາຍໃນຂະແໜງກະສິກໍາຢູ່ປະເທດເຮົາຍັງໜ້າເປັນຫວ່ງ