ລາວບໍ່ສາມາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໄດ້ ໃນປີ 2020
ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 8 ມິຖຸນານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມາຕີແຫ່ງ ສປປ ລາວ ໄດ້ຕອບຂໍ້ຊັກຖາມຂອງບັນດາສະມາຊິກ ສະພາແຫ່ງຊາດ ໂດຍສະເພາະແມ່ນວຽກງານລຶບລ້າງຄວາມທຸກຍາກ ແລະ ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ວ່າ: ໃນລະຍະຜ່ານມາ ພັກ ແລະ ລັດຖະບານ ກໍໄດ້ພະຍາຍາມບຸກບືນເຮັດໃຫ້ໄດ້ເປັນປະເທດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ທີ່ສະຫະປະຊາດກໍານົດເອົາ 3 ເງື່ອນໄຂໃຫ້ປະເທດດ້ອຍພັດທະໄດ້ຈັດຕັ້ງປະຕິບັດ ແລະ ສະຫະປະຊາຊາດຈະເປັນຜູ້ສໍາຫຼວດກວດກາ ແລະ ໃຫ້ຄະແນນ, ສໍາລັບເປົ້າໝາຍພັດທະນາຂອງລາວ ທີ່ໄດ້ຈັດຕັ້ງປະຕິບັດ ໄດ້ກໍານົດຢູ່ໃນແຜນແຕ່ປີ 2001 ເປັນຕົ້ນມາ ແລະ ໃນປີ 2020 ລາວຕ້ອງຫຼຸດພົ້ນອອກຈາກປະເທດສະຖານະພາບດ້ອຍພັດທະນາໃຫ້ໄດ້.
ທ່ານນາຍົກໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ສະຫະປະຊາຊາດໄດ້ມາສໍາຫຼວດຕົວຈິງເປັນຄັ້ງທໍາອິດປະກົດວ່າ ສປປ ລາວ ຍັງບໍ່ສາມາດຫຼຸດພົ້ນອອກຈາກປະເທດສະຖານນະພາບດ້ອຍພັດທະນາໄດ້ໃນປີ 2020 ດ້ວຍເຫດຜົນຄາດໝາຍພື້ນຖານ 3 ຢ່າງທີ່ລາວເຮົາຕ້ອງບັນລຸ ເພື່ອໃຫ້ຫຼຸດພົ້ນຈາກປະເທດດ້ອຍພັດທະນາ ເປັນຕົ້ນແມ່ນ: 1) ລາຍໄດ້ແຫ່ງຊາດ ຫຼືGNI ຊຶ່ງສະຫະປະຊາຊາດວາງໄວ້ທີ່ 1.230 ໂດລາສະຫະລັດຕໍ່ຄົນຕໍ່ປີ, ແຕ່ລາວແມ່ນບັນລຸໄດ້ 1.996 ໂດລາສະຫະລັດຕໍ່ຄົນຕໍ່ປີ ຖືວ່າໄດ້ຕາມເງື່ອນໄຂແລ້ວ, 2). ດັດຊະນີຊັບສິນມະນຸດ ຫຼື SAI ໂດຍຕາມມາດຕະຖານແມ່ນຕ້ອງສູງກວ່າ 66 ແລະ ຕາມການສໍາຫຼວດຂອງສະຫະປະຊາຊາດ ລາວເຮົາຢູ່ທີ່ລະດັບ 72,8 ເຫັນວ່າເກີນມາດຕະຖານທີ່ວາງໄວ້. 3). ດັດຊະນີບອບບາງທາງດ້ານເສດຖະກິດ ຕ້ອງແມ່ນຕໍ່າກວ່າ 32 ແລະ ລາວເຮົາປະຕິບັດໄດ້ 33,7 (ບໍ່ຜ່ານ) ໝາຍຄວາມວ່າ ໃນປີ 2020 ລາວບໍ່ສາມາດອອກຈາກປະເທດດ້ອຍພັດທະນາໄດ້ເທື່ອ ແລະ ໃນປີ 2021 ຈະມີການສໍາຫຼວດຄັ້ງທີ 2.
ສ່ວນນະໂຍບາຍລຶບລ້າງຄວາມທຸກຍາກຂອງພັກ ແລະ ລັດໄດ້ສ້າງຮາກຖານໃຫ້ມີຄວາມເຂັ້ມແຂງ, ສ້າງລາຍຮັບໃຫ້ຄອບຄົວໃຫ້ນັບມື້ມີລາຍໄດ້ສູງຂຶ້ນ, ສ້າງວຽກເຮັດງານທໍາຢູ່ຮາກຖານ, ສ້າງການຜະລິດຢູ່ພື້ນຖານໃຫ້ເຂັ້ມແຂງຂຶ້ນ.