ເຕັກນິກການກິນຫົວຜັກກາດຂາວໃຫ້ເປັນຢາ
ຫົວຜັກກາດຂາວມີສັບພະຄຸນ ຊ່ວຍກະຕຸ້ນນຳ້ຍ່ອຍໄດ້ດີ ຄົນຈີນ ນິຍົມແປຮູບຫົວຜັກກາດຂາວໄວ້ ກິນຕະຫລອດປີ, ແພດແຜນຈີນ ຈັດຫົວຜັກກາດຂາວເປັນອາຫານ ຮ້ອນ ຫ້າມກິນເວລາເປັນໄຂ້ ແລະ ຕຳລາຢາພື້ນເມືອງຂອງອິນເດຍ ລະບຸວ່າການກິນຫົວຜັກກາດຂາວ ຊ່ວຍໃຫ້ນອນຫລັບງ່າຍ ແລະ ປົວ ພະຍາດປະສາດໄດ້.
ຫົວຜັກກາດຂາວມີສັບພະຄຸນ ດີຕໍ່ປອດ ແລະ ກະເພາະອາຫານ, ຊ່ວຍຍ່ອຍອາຫານ, ຫລຸດຄວາມ ດັນ, ກຳຈັດຂີ້ກະເທີ່ ແລະ ຖອນ ພິດ. ສານສະກັດຈາກຫົວຜັກກາດຂາວຊ່ວຍຂັດຂວາງເຊື້ອແບັກທີ ເຣຍ, ແກ້ເຈັບຫົວ, ແກ້ໄອ, ໄລ່ຂີ້ ກະເທີ່ ໂດຍດື່ມນຳ້ຫົວຜັກກາດ ຂາວສະກັດສົດໆມື້ລະ 30 – 90 ມິນລີກຣາມ ຫລື ຈະຕົ້ມແລ້ວດື່ມ ກໍໄດ້ ຫລື ຫົວຜັກກາດຂາວຕາກ ແຫ້ງແລ້ວເອົາມາຕົ້ມດື່ມມື້ລະ 10 – 30 ກຣາມ ກໍຈະໄດ້ຜົນດີຄືກັນ.
ແກ່ນຫົວຜັກກາດຂາວແກ້ອາ ການອາຫານບໍ່ຍ່ອຍ, ຍື່ງທ້ອງ, ແໜ້ນທ້ອງ, ເອື້ອມ, ເຈັບທ້ອງ ໂດຍເອົາແກ່ນຫົວຜັກກາດຂາວ ມາຕົ້ມ ຫລືື ບົດເປັນຝຸ່ນ ກິນມື້ລະ 6 – 12 ກຣາມ ຈະຊ່ວຍເຮັດໃຫ້ ລະບົບຍ່ອຍອາຫານເຮັດວຽກໄດ້ດີ. ຖ້າອາຫານບໍ່ຍ່ອຍ, ຖອກທ້ອງ ແລະ ມີອາການໄອ ຫລື ຢາກໄລ່ ຂີ້ກະເທີ່ ໃຫ້ເອົາຫົວຜັກກາດຂາວ ມາຊອຍ 300 ກຣາມ ແລະ ເຂົ້າ 80 ກຣາມ ຕົ້ມໃສ່ກັນຈົນເປັນເຂົ້າ ປຽກ ກິນຮ້ອນໆເປັນເຂົ້າເຊົ້າແລະ ແລງ ອາການຈະດີຂຶ້ນ.
– ຂໍ້ຄວນລະວັງ : ຫາກບໍ່ມີອາ ການເຈັບປ່ວຍ ຫ້າມກິນແກ່ນຫົວ ຜັກກາດຂາວ ແລະ ຫ້າມໃຊ້ຄູ່ກັບ ໂສມຄົນ ຫລື ເມື່ອກິນແກ່ນຫົວຜັກ ກາດຂາວແລ້ວຫ້າມກິນໂສມຄົນ ເດັດຂາດ.