ເມສຊີ ບອກ ! ຈະລາ ອາເຈນ ຖ້າບໍ່ໄດ້ແຊ້ມບານໂລກ 2018
June 12, 2018 - 5:42 PM
ລິໂອເນລ ເມສຊີ ກອງໜ້າຄົນເກັ່ງຂອງ ບາເຊໂລນາ ບອກຊັດເຈນແລ້ວວ່າ ຈະອຳລາການຫລິ້ນໃຫ້ ອາເຈນຕິນາ ຖ້າຄັ້ງນີ້ບໍ່ສາມາດນຳບ້ານເກີດຄວ້າແຊ້ມບານໂລກ 2018 ທີ່ປະເທດຣັດເຊຍ.
ດາວເຕະອາຍຸ 30 ປີ ຕິດທີມຊາດມາແລ້ວ 125 ຄັ້ງ ນັບແຕ່ເປີດຕົວໃນຖານະນັກເຕະ ອາເຈນຕິນາ ໃນປີ 2005 ໂດຍກ່ອນໜ້ານີ້ ເມສຊີ ເຄີຍປະກາດອຳລາ ອາເຈນຕິນາ ມາແລ້ວ ຫລັງຈາກຜິດຫວັງບໍ່ສາມາດນຳປະເທດບ້ານເກີດປະສົບຜົນສຳເລັດໃນການແຂ່ງຂັນລະດັບປະເທດ ກ່ອນທີ່ລາວຈະກັບມາຮັບໃຊ້ຊາດອີກ.
ເມສຊີ ມັກຈະຖືກສື່ໃນບ້ານເກີດວິຈານຢ່າງໜັກກ່ຽວກັບຜົນງານໃນການຫລິ້ນທີມຊາດຕ່າງຈາກຫລິ້ນໃຫ້ ບາຊາ ໂດຍດາວເຕະເຈົ້າຂອງບັລລົງດໍ 5 ສະໄໝ ຍອມຮັບວ່າຖ້າບໍ່ສາມາດນຳ ອາເຈນຕິນາ ຄວ້າແຊ້ມໂລກທີ່ຣັດເຊຍໄດ້ ຈະຕັດສິນໃຈອຳລາດທີມຊາດແນ່ນອນ.