ອາຄິລິສ ແມວຫູໜວກ ຮັບຕຳແໜ່ງ ແມວພະຍາກອນ ທວາຍຜົນບານໂລກຣັດເຊຍ
June 12, 2018 - 5:45 PM
ເຈົ້າພາບຣັດເຊຍ ຕັ້ງແມວ ອາຄິລິສ (Achilles) ເປັນສັດພະຍາກອນທວາຍຜົນບານໂລກ 2018 ຢ່າງເປັນທາງການແລ້ວ.
ໂດຍແມວ ອາຄິລິສ ເປັນແມວໂຕຜູ້ ສີຂາວ ຕາສີຟ້າ ອາຍຸ 1 ປີ ອາໄສຢູ່ໃນພະລາຊະວັງເຮີມິເທຈ ໃນນະຄອນເຊນປີເຕີສະເບິກຂອງຣັດເຊຍ ເຊິ່ງເປັນແມວຫູໜວກມາແຕ່ເກີດ ໄດ້ຮັບການເລືອກໃຫ້ເປັນສັດທວາຍຜົນບານໂລກໃນຄັ້ງນີ້ ເນື່ອງຈາກມີສັນຊາດຕະຍານສຽບແຫລມ, ນິໄສຢາກຮູ້ຢາກເຫັນ ແລະ ໃຈດີ. ກ່ອນໜ້ານີ້ ອາຄິລິສ ໄດ້ຮັບໜ້າທີ່ທວາຍຜົນບານເຕະຄອນເຟດເດິເຣຊັນ ຄັບ 2017 ມາແລ້ວ ແລະ ທວາຍຖືກທຸກຄູ່.
ວິທີການທວາຍຜົນຂອງ ອາຄິລິສ ຈະໃຊ້ວິທີເລືອກຈານອາຫານທີ່ຕິດທຸງຊາດຂອງທີມນັ້ນໆ ໂດຍຈະເລີ່ມທວາຍຄູ່ທຳອິດ ລະຫວ່າງ ເຈົ້າພາບ ຣັດເຊຍ ພົບກັບ ຊາອຸດິອາຣະບີ ໃນວັນທີ 14 ມິຖຸນານີ້.