ກະຊວງ ຖວທ ສະຫລຸບວຽກງານຈັດຕັ້ງ-ພະນັກງານ
ໃນວັນທີ 12 ມິຖຸນານີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມສະຫລຸບ ແລະ ຝຶກອົບຮົມວຽກງານຈັດຕັ້ງ-ພະນັກງານທົ່ວຂະແໜງການຂອງຕົນ, ໂດຍການເປັນປະທານຂອງທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງ ຖວທ, ມີທ່ານ ສຸວັນນີ ລັດຕະນະວົງ ຫົວໜ້າກົມຄຸ້ມຄອງລັດຖະກອນກະຊວງພາຍໃນ, ພ້ອມດ້ວຍພະນັກງານ-ລັດຖະກອນອ້ອມຂ້າງກະຊວງເຂົ້າຮ່ວມ ເພື່ອຕີລາຄາການຈັດຕັ້ງປະຕິບັດວຽກງານໃນ 1 ປີຜ່ານມາ ແລະ ທິດທາງການພັດທະນາວຽກງານຈັດຕັ້ງ-ພະນັກງານທົ່ວຂະແໜງການໃນຕໍ່ໜ້າ.
ທ່ານ ບົວເງິນ ຊາພູວົງ ກ່າວວ່າ: ປີຜ່ານມາ, ວຽກງານຈັດຕັ້ງ-ພະນັກງານທົ່ວຂະແໜງການ ຖວທ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານຢ່າງເປັນເປັນຂະບວນຟົດຟື້ນ, ເຊິ່ງສະແດງອອກໃນຄວາມເອົາໃຈໃສ່ຕໍ່ວຽກງານວິຊາສະເພາະ, ຫັນເອົາບັນດາວຽກງານຕ່າງໆເຂົ້າໃນແຜນການຂອງຕົນ ແລະ ການແບ່ງຂັ້ນຄຸ້ມຄອງເພື່ອຮັບຜິດຊອບຕາມທິດສາມສ້າງໄດ້ເປັນຢ່າງດີ, ເອົາໃຈໃສ່ເພີ່ມທະວີການຊີ້ນຳ-ນຳພາຫລາຍຂຶ້ນ, ພະນັກງານ-ລັດຖະກອນ ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ຂອງຕົນ, ເປັນເສນາທິການໃຫ້ແກ່ຄະນະພັກກະຊວງ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ເປັນຢ່າງດີ, ອັນໄດ້ເຮັດໃຫ້ວຽກງານ ຖວທ ສືບຕໍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ.
ທ່ານນາງ ຂັນທະລີ ພົນຢ້ຽມ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງ ຖວທ ໃຫ້ຮູ້ວ່າ: ປັດຈຸບັນຈຳນວນພະນັກງານ-ລັດຖະກອນທົ່ວຂະແໜງການ ຖວທ ມີທັງໝົດ 4.668 ຄົນ (ຍິງ 1.819 ຄົນ) ໃນນັ້ນ, ຂັ້ນສູນກາງ 1.560 ຄົນ (ຍິງ 660 ຄົນ), ທ້ອງຖິ່ນ 3.034 ຄົນ (ຍິງ 1.140 ຄົນ, ລະດັບວິຊາຊະເພາະຊັ້ນປະລິນຍາເອກມີ 15 ຄົນ (ຍິງ 2 ຄົນ), ປະລິນຍາໂທ 206 ຄົນ (ຍິງ 58 ຄົນ, ຊັ້ນປະລິນຍາຕີ 1.814 ຄົນ (ຍິງ 732 ຄົນ, ຊັ້ນສູງ 1.615 ຄົນ (ຍິງ 638 ຄົນ), ຊັ້ນກາງ 691 ຄົນ (ຍິງ 235 ຄົນ) ຊັ້ນຕົ້ນ 213 ຄົນ (ຍິງ 57 ຄົນ) ແລະ ບໍ່ມີຊັ້ນວິຊາສະເພາະ 114 ຄົນ (ຍິງ 52 ຄົນ.