ແມ່​ຍິງກະ​ຊວງ​ການ​ຕ່າງ​ປະ​ເທດລາວ- ຫວຽດ​ນາມ ພົບ​ປະ​ແລກ​ປ່ຽນ​ປະ​ຈຳ​ປີທີ່ນະ​ຄອນຫລວງ​ພະ​ບາງ

- Mofawomen8june2018PLB1 - ແມ່​ຍິງກະ​ຊວງ​ການ​ຕ່າງ​ປະ​ເທດລາວ- ຫວຽດ​ນາມ ພົບ​ປະ​ແລກ​ປ່ຽນ​ປະ​ຈຳ​ປີທີ່ນະ​ຄອນຫລວງ​ພະ​ບາງ
- kitchen vibe - ແມ່​ຍິງກະ​ຊວງ​ການ​ຕ່າງ​ປະ​ເທດລາວ- ຫວຽດ​ນາມ ພົບ​ປະ​ແລກ​ປ່ຽນ​ປະ​ຈຳ​ປີທີ່ນະ​ຄອນຫລວງ​ພະ​ບາງ

ເມື່ອດົນມານີ້, ຄະ​ນະ​​ສະ​ຫະ​ພັນ​ແມ່​ຍິງກ​ະ​ຊວງ​ການ​ຕ່າງ​ປະ​ເທດນຳ​ໂດຍ ທ່ານນາງ ອາ​ລຸ​ນີ ກົມ​ມະ​ສິດ ພັນ​ລະ​ຍາ​ລັດ​ຖະ​ມົນ​ຕີ​, ປະ​ທານ​ກິດ​ຕິ​ມະ​ສັກ​ ສະ​ຫະ​ພັນ​ແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສປປ ລາວ, ໄດ້​ຕ້ອນ​ຮັບ​ຄະ​ນະແມ່​ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ສ.ຫວຽດ​ນາມ ນຳ​ໂດຍທ່ານນາງ ຫງວຽນ ທິ ຫງວຽດ ຫງ່າ ພັນ​ລະ​ຍາ​ຮອງ​ນາຍົກລັດຖະມົນຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການຕ່າງ​ປະ​ເທດຫວຽດ​ນາມ​ ທີ່ມາ​ຢ້ຽມ​ຢາມ ແລະ ​ພົບ​ປະ​ແລກ​ບົດຮຽນກັບ​​ ແມ່ຍິງ​ກະ​ຊວງ​ການ​ຕ່າງ​ປະ​ເທດລາວ ທີ່ນະ​ຄອນ​ຫວງ​ພະ​ບາງ ແລະ ໃນການ​ພົບ​ປະ​ ສອງ​ຝ່າຍໄດ້ແຈ້ງສະພາບ​ໂດຍ​ຫ​ຍໍ້ກ່ຽວ​ກັບການ​ເຄື່ອນ​ໄຫວ​ຂອງສະຫະພັນ​ແມ່ຍິງຂອງຕົນໃຫ້​ກັນ​ຊາບ, ພ້ອມທັງ​ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ ກິດ​ຈະ​ກຳ​ຕ່າງໆ, ໂດຍສະເພາະວຽກ​ງານ​ສົ່ງ​ເສີມ​ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງເພື່ອ​ຍົກ​ສູງ​ບົດ​ບາດ​ຂອງ​ແມ່​ຍິງ​ເພື່ອຄວາມສະ​ເໝີ​ພາບ​ລະຫວ່າງຍິງ-ຊາຍ ​ແລະ ສະກັດ​ກັ້ນການ​ໃຊ້​ຄວາມ​ຮຸ​ນ​ແຮງ​ຕໍ່​ແມ່ ​ແລະ ​ເດັກ. ນອກນັ້ນ, ສອງຝ່າຍຍັງ​ໄດ້​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​​ການ​ຮ່ວມ​ມືຂອງ​ແມ່ຍິງສອງ​ກະ​ຊວງ​ໃນ​ຜ່ານ​ມາ, ຊຶ່ງ​ມີ​ບາດ​ກ້າວ​ຂະ​ຫ​ຍາຍ​ຕົວເປັນ​ທີ່​ໜ້າ​ເພິ່ງ​ພໍ​ໃຈ.

ການ​ຢ້ຽມ​ຢາມ​ພົບ​ປະ​ຄັ້ງນີ້, ສະ​ແດງ​ເຖິງການ​ຜັນ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ຊາດ​ເວົ້າລວມ, ​ເວົ້າສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ຂອງ​ແມ່ຍິງ​ສອງ​ກະຊວງ​ການ​ຕ່າງປະ​ເທດລາວ-ຫວຽດນາມ ​ໃຫ້​ເຂົ້າສູ່​ລວງ​ເລິກເທື່ອລະກ້າວ. ໃນໂອກາດນີ້, ສອງຝ່າຍ​ຍັງ​ໄດ້ໄປ​ຢ້ຽມ​ຢາມສະຖານ​ທີ່​ຕ່າງໆ ​ເຊັ່ນ: ພະ​ລາດ​ຊະ​ວັງ, ວັດ​ຊຽງ​ທອງ, ນ້ຳຕົກ​ຕາດກວ້າງຊີ ແລະ ສູນ​ຫັດ​ຖະ​ກຳ​ແຜ່ນ​ແພ ບ້ານຜາ​ນົມ, ຊຶ່ງ​ເປັນ​ເມື​ອງມໍລະດົກ​ໂລກ, ສະຖານ​ທີ່​ທ່ອງ​ທ່ຽວ​ປະຫວັດສາດ, ວັດທະນະ​ທຳ ​ແລະ ທຳ​ມະ​ຊາດ ທີ່​ມີ​ຊື່​ສຽງ​ຂອງ ສປປ ລາວ ກໍ​ຄື​ຂອງ​ໂລກ.

- Visit Laos Visit SALANA BOUTIQUE HOTEL - ແມ່​ຍິງກະ​ຊວງ​ການ​ຕ່າງ​ປະ​ເທດລາວ- ຫວຽດ​ນາມ ພົບ​ປະ​ແລກ​ປ່ຽນ​ປະ​ຈຳ​ປີທີ່ນະ​ຄອນຫລວງ​ພະ​ບາງ
- 3 - ແມ່​ຍິງກະ​ຊວງ​ການ​ຕ່າງ​ປະ​ເທດລາວ- ຫວຽດ​ນາມ ພົບ​ປະ​ແລກ​ປ່ຽນ​ປະ​ຈຳ​ປີທີ່ນະ​ຄອນຫລວງ​ພະ​ບາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!