ກອງກຳລັງຊາອຸດິອາຣະບີ ໃຊ້ປະຕິບັດການໂຈມຕີໃນເຢເມນອີກ
ກອງກຳລັງພັນທະມິດ ນຳໂດຍຊາອຸດິອາຣະບີ ອອກປະຕິບັດການໂຈມຕີອີກເທື່ອໜຶ່ງໃນວັນທີ 13 ມິຖຸນານີ້ ທີ່ເມືອງໂຮເດດາ ຂອງເຢເມນ ຖືເປັນການສູ້ຮົບຄັ້ງໃຫຍ່ທີ່ສຸດໃນສົງຄາມທີ່ຍືດເຍື້ອມາ 3 ປີ ລະຫວ່າງກອງກຳລັງຊາດອາຣັບນິກາຍສຸນີກັບກຸ່ມກະບົດຊາວຮູທີນິກາຍຊີອະທີ່ອີຣານສະໜັບສະໜູນ.
ເຮືອບິນຮົບ ແລະ ເຮືອຮົບຂອງກອງກຳລັງພັນທະມິດອອກປະຕິບັດການໂຈມຕີຖານທີ່ໝັ້ນກຸ່ມຮູທີ ເພື່ອສະໜັບສະໜູນປະຕິບັດການຂອງກອງທັບເຢເມນໃນການກວາດລ້າງກຸ່ມກະບົດຈາກພື້ນທີ່ທາງໃຕ້ຂອງເມືອງໂຮເດດາ. ເຫດໂຈມຕີເລີ່ມຂຶ້ນພາຍຫລັງໝົດກຳນົດເສັ້ນຕາຍທີ່ສະຫະນະຄອນ ເອເມຣັດ ອາຣັບ (UAE) ບອກໄວ້ກັບກຸ່ມຮູທີທີ່ຍຶດຄອງນະຄອນຫລວງຊານາວ່າ: ໃຫ້ຍອມຍົກດິນແດນດັ່ງກ່າວ ເມືອງໂຮເດດາເປັນເມືອງທ່າໃຫຍ່ທີ່ສຸດຂອງເຢເມນ ເຊິ່ງເປັນເສັ້ນທາງສຳຄັນ ແລະ ກອງກຳລັງລັດຖະບານຍັງປະສົບບັນຫາໃນການຍຶດເມືອງຄືນຈາກຝ່າຍກະບົດ.