ຍີ່ປຸ່ນ ໂອກາດແຊ້ມໂລກຫລາຍກວ່າ ອັງກິດ
June 13, 2018 - 5:24 PM

“ອ໊ອບຕ້າສະປອດ” ເວັບໄຊດ້ານສະຖິຕິບານເຕະຊື່ດັງ ເປີດເຜີຍການຄິດໄລ່ຈາກສະຖິຕິຢ້ອນຫລັງ ທັງຈາກບານໂລກຮອບສຸດທ້າຍ 2010, 2014 ລວມທັງຮອບຄັດເລືອກໃນຄັ້ງນີ້, ເກມອຸ່ນເຄື່ອງ ແລະ ຟີຟາ ຄອນເຟເດເຣຊັນ ຄັບ ນຳຂໍ້ມູນຕ່າງໆມາຮວບຮວມເປັນສະຖິຕິ ປາກົດວ່າ: ບຣາຊິລ ມີໂອກາດຄວ້າແຊ້ມຫລາຍທີ່ສຸດ 13,2% ຮອງລົງມາ ເຢຍລະມັນ 10,7%, ອາເຈນຕິນາ 10,1%, ຝຣັ່ງ 9,9%, ສະເປນ 8,9%, ເບລຢ້ຽມ 4,0%, ໂປຣຕຸເກສ 3,2%. ຂະນະທີ່ ອັງກິດ ຢູ່ອັນດັບ 11 ມີໂອກາດ 2,1% ໜ້ອຍກວ່າ ຍີ່ປຸ່ນ ທີ່ມີໂອກາດ 2,2%, ສ່ວນ 3 ທີມທ້າຍສຸດເປັນ ຕູນິເຊຍ 0,9%, ປານາມາ 0,8% ແລະ ໂມຣ໊ອກໂກ 0,6%.