ການຊົດເຊີຍຜົນກະທົບໂຄງການທາງລົດໄຟລາວ-ຈີນ ລວມມີມູນຄ່າ 2 ພັນກວ່າຕື້ກີບ
ທ່ານລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານກ່ຽວກັບການປະຕິບັດນະໂຍບາຍຊົດເຊີຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຕໍ່ກອງປະຊຸມ ສະພາແຫ່ງຊາດ ວ່າ: ປັດຈຸບັນ, ການດຳເນີນກໍ່ສ້າງທາງລົດໄຟ-ລາວຈີນ ແມ່ນມີຄວາມຄືບໜ້າ 33,8% ແລະ ໂຄງການໄດ້ມອບພຶ້ນທີ່ໃຫ້ຜູ້ຮັບເໝົາໂຄງການກໍ່ສ້າງແລ້ວ 367,48 ກິໂລແມັດ ເທົ່າກັບ 89,84% ຂອງຄວາມຍາວທັງໝົດ, ໃນນັ້ນວຽກງານທີ່ພົ້ນເດັ່ນແມ່ນການຈັດຕັ້ງປະຕິບັດການໄກ່ເກ່ຍສິ່ງກີດຂວາງອອກຈາກແລວທາງກໍ່ສ້າງ ແລະ ການລົງເກັບກຳຂໍ້ມູນສິ່ງກີດຂວາງ ຊຶ່ງໄດ້ເລີ່ມມາແຕ່ ເດືອນມັງກອນ ປີຜ່ານມາ, ສັງລວມແລ້ວມູນຄ່າການຊົດເຊີຍສິ່ງກີດຂວາງທັງໝົດ ທີ່ໄດ້ຈາກຄະນະກຳມະການໄກ່ເກ່ຍຂັ້ນແຂວງ ແລະ ນະຄອນຫລວງ ແລະ ການຄິດໄລ່ມູນຄ່າການກໍ່ສ້າງທາງເຊື່ອມຕໍ່ເຂົ້າ 11 ສະຖານີ ທີ່ລັດຖະບານ ຮັບຜິດຊອບ ຕົກເປັນມູນຄ່າທັງໝົດ 2,4 ພັນກ່ວາຕື້ກີບ. ແລະ ເພື່ອຮັບປະກັນການຈັດຕັ້ງປະຕິບັດຄ່າຊົດເຊີຍຖືກຕ້ອງ ແລະ ສອດຄ່ອງກັບກົດລະບຽບໝາຍ, ຮັບປະກັນຄວາມໂປ່ງໃສ ທັງສາມາດກວດສອບໄດ້ ຄະນະຊີ້ນຳ ໂຄງການເຫັນວ່າມີຄວາມຈຳເປັນຕ້ອງ ໄດ້ກຳນົດລະບຽບກ່ຽວກັບການເບີກຈ່າຍຄ່າຊົດເຊີຍ ໂດຍໄດ້ສ້າງປື້ມຄູ່ມືຈັດຕັ້ງປະຕິບັດຂັ້ນຕອນ ແລະ ລະບຽບການເບີກຈ່າຍໃຫ້ຮັດກຸມ ແລະ ຈະແຈ້ງ, ໂດຍ ກະຊວງການເງີນ ໄດ້ຮັບຮອງເອົາປື້ມຄູ່ມືດັ່ງກ່າວແລ້ວ ແລະ ຈະສູ້ຊົນໃຫ້ການເບີກຈ່າຍໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນ ມິຖຸນານີ້ເປັນຕົ້ນໄປ, ໂດຍຜູ້ທີ່ຈະໄດ້ບູລິມະສິດຮັບກ່ອນຕ້ອງເປັນຜູ້ຖືກແລວທາງດ່ວນເຊັ່ນ: ເງີນຄ່າເຂົ້າສຳລັບດິນນາທີ່ບໍ່ສາມາດທຳການຜະລິດ, ເງີນຄ່າເຊົ່າເຮືອນທົດແທນໃຫ້ບໍ່ທັນສຳເລັດ ຕ້ອງໄດ້ຈ່າຍໃຫ້ຈົນກ່ວາການກໍ່ສ້າງເຮືອນຈະສຳເລັດ, ສາມາດປູກເຂົ້າໄດ້ ແລະ ອື່ນໆ.
ຕໍ່ບົດລາຍງານດັ່ງກ່າວສະມາຊິກສະພາແຫ່ງຊາດ ກໍໄດ້ປະກອບຄຳຄິດເຫັນ ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນໂຄງການໃຫຍ່ ແລະ ມີຜູ້ຖືກຜົນກະທົບເປັນຈຳນວນຫຼາຍ, ສະນັ້ນ ການຊົດເຊີຍຕ້ອງໄດ້ໃຫ້ທົ່ວເຖິງ ແລະ ເປັນໄປຕາມລະບຽບ, ໂດຍຄະນະກຳມະການຕ້ອງຮັບປະເອກະສານບັນຊີຄື: ບັນຊີບຸກຄົນທີ່ຖືກຜົນກະທົບປະກອບມີ: ຊື່ ແລະ ນາມສະກຸນຜູ້ຖືກກະທົບ, ເນື້ອທີ່ດິນ, ສິ່ງປຸກສ້າງ, ຜົນລະປູກທີ່ຖືກກະທົບ, ແລະ ບັນຊີຈຳນວນເງີນທີ່ຈະເບີກຈ່າຍໃຫ້ຜູ້ຖືກຜົນກະທົບທັງໝົດ ຈະຕ້ອງເຊັນຢັ້ງຢືນຮັບຮູ້ຈາກຜູ້ຖືກຜົນກະທົບ, ນາຍບ້ານ ແລະ ຄະນະໄກ່ເກ່ຍ ທັງນີ້ ກໍເພື່ອຄວາມເໝາະສົມ ແລະ ຍຸຕິທຳ ໃນສັງຄົມ.