ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ແລະ CLMV ຄັ້ງທີ 9 ທີ່ບາງກອກ
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດແມ່ນໍ້າອີຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ (ACMECS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດ ຂອບການຮ່ວມມືກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຫລື ຊີແອວແອັມວີ (CLMV) ຄັ້ງທີ 9 ໃນວັນທີ 15-16 ມິຖຸນານີ້ທີ່ບາງກອກປະເທດໄທ, ຕາມການເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ປຣະຍຸດ ຈັນໂອຊາ ປະທານກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ແລະ ສົມເດັດ ເຕໂຊ ຮຸນເຊັນ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກກໍາປູເຈຍ ປະທານກອງປະຊຸມສຸດຍອດ CLMV ຄັ້ງທີ 9.
ກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ຈະດໍາເນີນໄປພາຍໃຕ້ຫົວຂໍ້: “ກ້າວໄປສູ່ການເຊື່ອມໂຍງ ແລະ ເຊື່ອມຈອດປະຊາຄົມແມ່ນໍ້າຂອງ (Towards an Integrated and Connected Mekong Community)” ເພື່ອໃຫ້ບັນດາຜູ້ນໍາໄດ້ແລກປ່ຽນທັດສະນະກ່ຽວກັບການທົບທວນ ແລະ ຕີລາຄາຄືນການຮ່ວມມືໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ, ແນໃສ່ສ້າງຄວາມເຂັ້ມແຂງໃນຂະບວນການຮ່ວມມື ແລະ ເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແລະ ສອດຄ່ອງກັບໃນໄລຍະຂ້າມຜ່ານຂອງຍຸກໄໝແຫ່ງໂລກາພິວັດ. ກອງປະຊຸມຈະຮັບຮອງເອົາຖະແຫລງການບາງກອກ ແລະ ແຜນແມ່ບົດແອັກແມັກ 2019-2023 ເພື່ອເປັນທິດທາງການຮ່ວມມືໃນຕໍ່ໜ້າ.
ກອງປະຊຸມສຸດຍອດ (CLMV) ຄັ້ງທີ 9 ຈະມີຫົວຂໍ້ວ່າ: “ເພື່ອການເຊື່ອມໂຍງເສດຖະກິດ ແລະ ເຊື່ອມຈອດໃຫ້ຫລາຍຂຶ້ນກວ່າເກົ່າ (For Greater Economic Integration and Connectivity)” ເພື່ອໃຫ້ຜູ້ນໍາ 4 ປະເທດ ໄດ້ຕີລາຄາຄືນຜົນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດ CLMV ຄັ້ງທີ 8 ໃນປີ 2016 ຜ່ານມາ ແລະ ທິດທາງການຮ່ວມມືໃນ 2 ປີຕໍ່ໜ້າ, ເພື່ອແນໃສ່ຮັດແຄບຊ່ອງຫວ່າງຄວາມແຕກໂຕນດ້ານການພັດທະນາລະຫວ່າງ ປະເທດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ແລະ ສະມາຊິກອາຊຽນເກົ່າໃຫ້ຍັບເຂົ້າໃກ້ກັນເທື່ອລະກ້າວ ແລະ ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ. ກອງປະຊຸມຈະຮັບຮອງເອົາຖະແຫລງການຮ່ວມເພື່ອເປັນທິດທາງໃນການຮ່ວມມືໃນຕໍ່ໜ້າ.
ໃນໂອກາດດັ່ງກ່າວ, ກອງປະຊຸມ ACMECS CEO Forum ຈະຖືກຈັດຂຶ້ນເປັນຄັ້ງທໍາອິດເພື່ອໂຄສະນາເຜີຍແຜ່ບັນດາທ່າແຮງບົ່ມຊ້ອນ ແລະ ກາລະໂອກາດໃນບັນດາປະເທດແອັກແມັກໃຫ້ແກ່ພາກເອກະຊົນ, ຄູ່ຮ່ວມພັດທະນາ, ສະຖາບັນການເງິນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ລວມທັງບັນດາປະເທດທີ່ມີຄວາມສົນໃຈຕໍ່ຂອບການຮ່ວມມືແອັກແມັກ, ແນໃສ່ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນພາກພື້ນນີ້ໃຫ້ນັບມື້ຫຼາຍຂຶ້ນ. ຄຽງຄູ່ກັນນີ້, ຈະມີການຈັດງານວາງສະແດງຮູບພາບ ແລະ ວີດີໂອ ທີ່ສະທ້ອນໃຫ້ເຫັນເຖິງຜົນສໍາເລັດ ແລະ ຄວາມຄາດຫວັງຂອງການຮ່ວມມືໃນອະນາຄົດຂອງຂອບການຮ່ວມມືດັ່ງກ່າວ.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ຈະພົບປະສອງຝ່າຍກັບທ່ານນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານນາຍົກລັດຖະມົນຕີໄທອີກດ້ວຍ.