ຈະແມ້ນ ຫລື ບໍ່ ! ແມວ ອາຄິລິສ ເລືອກເຈົ້າພາບ ຄວ້າໄຊນັດເປີດສະໜາມບານໂລກ 2018
ອາຄິລິສ ແມວທີ່ໄດ້ເປັນສັດທວາຍຜົນການແຂ່ງຂັນຢ່າງເປັນທາງການຂອງການແຂ່ງຂັນບານໂລກ 2018 ເລືອກວ່າ ຣັດເຊຍ ຈະເອົາຊະນະ ຊາອຸດິອາຣະເບຍ ໃນນັດທຳອິດຂອງບານໂລກ 2018 ໂດຍວິທີການທວາຍກໍເປັນແບບງ່າຍໆ ຄືໃຫ້ມັນເລືອກວ່າຈະກິນອາຫານໃນຈານຂອງທີມໃດ.
ຣັດເຊຍ ຕັ້ງໃຈຈະເພີ່ມກະແສຂອງການແຂ່ງຂັນບານໂລກ ໂດຍການຮຽນແບບຕອນທີ່ພິພິຕະພັນສັດນ້ຳແຫ່ງໜຶ່ງໃນເຢຍລະມັນເອົາ ປາໝຶກພອລ ມາທວາຍການແຂ່ງຂັນບານໂລກ 2010 ຈົນຕັດສິນໃຈເລືອກ ອາຄິລິສ ແມວໂຕໜຶ່ງໃນພິພິຕະພັນເຮີມິເທຈ ຂອງເມືອງເຊນປີເຕີສະເບິກ ມາຮັບໜ້າທີ່ດັ່ງກ່າວ ໂດຍແມວໂຕນີ້ເປັນແມວຫູໜວກ.
ສຳລັບວິທີການທວາຍນັ້ນ ທາງທີມງານເອົາອາຫານໃສ່ຈານ 2 ອັນ ໂດຍບໍລິເວນທີ່ໃກ້ກັບຈານຈະມີທຸງຊາດຂອງແຕ່ລະປະເທດຕັ້ງຢູ່ ຈາກນັ້ນພວກເຂົາຈຶ່ງເອົາ ອາຄິລິສ ມາວາງເທິງໂຕະ ກ່ອນຈະໃຫ້ມັນເລືອກວ່າຈະກິນອາຫານໃນຈານໃດ.
ທັງນີ້ ໃນກໍລະນີຂອງນັດເປີດສະໜາມນັ້ນ ແມວ ອາຄິລິສ ໃຊ້ເວລາພິຈາລະນາໄລຍະໜຶ່ງ ກ່ອນສຸດທ້າຍຈະເລືອກກິນອາຫານໃນຈານ ຣັດເຊຍ ຈົນເປັນການທວາຍວ່າ ປະເທດເຈົ້າພາບຈະເກັບ 3 ຄະແນນ ໄດ້ໃນນັດພົບກັບ. ຄວາມຈິງແລ້ວ ອາຄິລິສ ເຄີຍຮັບໜ້າທີ່ທວາຍຜົນການແຂ່ງຂັນໃນ ຟີຟາ ຄອນເຟດເດິເຣຊັນ ຄັບ 2017 ຄືກັນ ແລະ ຕອນນັ້ນມັນທວາຍຖືກ 3 ເກມຈາກທັງໝົດ 4 ຄູ່.