ນັບຖອຍຫລັງອີກ 1 ຊົ່ວໂມງ ພິທີເປີດບານໂລກ 2018 ຈະເລີ່ມຂຶ້ນຢ່າງເປັນທາງການ
ໃນວັນທີ 14 ມິຖຸນານີ້ ເຊິ່ງເປັນມື້ທຳອິດຂອງມະຫະກຳບານເຕະໂລກ 2018 ນອກຈາກຈະມີການແຂ່ງຂັນນັດເປີດສະໜາມຄູ່ທຳອິດ ລະຫວ່າງ ຣັດເຊຍ ກັບ ຊາອຸດິອາຣະເບຍ ແລ້ວ ກ່ອນຈະເລີ່ມການແຂ່ງຂັນຍັງມີພິທີເປີດສຸດຍິ່ງໃຫຍ່ອາລັງການໃຫ້ມວນມະນຸດໂລກໄດ້ຮັບຊົມກັນກ່ອນອີກ.
ໂດຍພິທີເປີດນີ້ຈະຈັດຂຶ້ນທີ່ສະໜາມລຸຊນິກິ ນະຄອນຫລວງມອສໂກ ໃນເວລາ 21:30 ໂມງ (ຕາມເວລາຢູ່ລາວ) ໂດຍໃຊ້ເວລາສະແດງປະມານເຄິ່ງຊົ່ວໂມງ ພິທີປະກອບມີການສະແດງຈາກສິລະປິນຊື່ດັງຫລວງຫລາຍ ແລະ ການເຊີນຂັນລາງວັນ ໂດຍອະດີດນັກເຕະບານຊື່ກ້ອງໂລກ ຕຳນານທີມຊາດບຣາຊິລ ໂຣນັລໂດ ທີ່ພາທີມຊາດຄວ້າແຊ້ມສອງສະໄໝ ໃນປີ 1994 ແລະ 2002 ໃຫ້ແຟນໆໃນສະໜາມກວ່າ 80.000 ຄົນ ແລະ ແຟນບານທາງບ້ານອີກນັບຫລາຍພັນລ້ານໄດ້ເຫັນພ້ອມກັນທົ່ວໂລກ. ຟີຟາ ໝັ້ນໃຈວ່າການສະແດງໃນພິທີເປີດບານໂລກຈະຖືກໃຈແຟນບານຢ່າງແນ່ນອນ.
ໃນສ່ວນຂອງການສະແດງຈະເນັ້ນໃສ່ການຫລິ້ນດົນຕຣີເປັນຫລັກຕ່າງຈາກຄັ້ງກ່ອນໆ ໂດຍຈະມີທັງ ຣ໊ອບບີ້ ວິລລຽມ ນັກຮ້ອງ ແລະ ນັກແຕ່ງເພງຊື່ດັງຊາວອັງກິດຂຶ້ນສະແດງ ພ້ອມກັບ ໄອດາ ກາຣຣິຟູລລິນາ ນັກຮ້ອງໂຊປຣາໂນຊາວຣັດເຊຍ, ພລາຊິໂດ ໂດມິງໂກ ນັກຮ້ອງໂອເປຣາຊາວອີຕາລີ, ຮວນ ດິເອໂກ ຟໍລເຣຊ ນັກຮ້ອງເທເນີຊາວເປຣູ ໂດຍໃນປີນີ້ມີການຫລຸດການສະແດງທ້ອງຖິ່ນໃຫ້ໄວຂຶ້ນ ເນື້ອໃສ່ມິນິຄອນເສີດຂອງສິລະປິນ ໂດຍການສະແດງພິທີເປີດທັງໝົດຈະໃຊ້ເວລາພຽງແຕ່ເຄິ່ງຊົ່ວໂມງ ກ່ອນບານເຕະນັດທຳອິດ.
ອີກທັງຍັງມີບັນດານັກສະແດງ, ສິລະປິນຊື່ດັງຈາກຣັດເຊຍອີກຈຳນວນຫລາຍ ທັງ ເດນິສ ມັຕຊູເອຟ ນັກເປຍໂນຊາວຣັດເຊຍ, ນັກຮ້ອງໂອເປຣາ ແອນນາ ເນເທຣບໂກ, ຢູຊິຟ ອີວາຊອຟ, ອິລດ້າ ອັບດຣາຊາຄອຟ ແລະ ອັລບິນາ ຊາກິມູຣາຕອຟ, ສ່ວນເພງປະຈຳບານເຕະໂລກປີນີ້ “Live it up” ໄດ້ນັກສະແດງຊື່ດັງ ວິລ ສມິທ, ນັກຮ້ອງຊື່ດັງ ນິກກີ້ ແຈມ ພ້ອມນັກຮ້ອງສາວຊາວໂຊໂຄໂວ-ອັລເບເນຍ ອີຣາ ອິສເຕຣຟີ ຫລັງຊົມການສະແດງຈົບຈະເປັນບານເຕະນັດທຳອິດຂອງບານໂລກ 2018 ໂດຍຈະເປັນເຈົ້າພາບ ຣັດເຊຍ ພົບກັບ ຊາອຸດິອາຣະເບຍ ໃນເວລາ 22:00 ໂມງ.