120 ປະເທດໃນ UN ປະນາມ ອິດສະລາແອນທີ່ໃຊ້ຄວາມຮຸນແຮງໃນກາຊາ
ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ລົງມະຕິດ້ວຍສຽງສ່ວນຫລາຍ 120 ປະເທດ ປະນາມອິດສະລາແອນຕໍ່ການສັງຫານຊາວປາແລັສຕິນຈຳນວນຫລາຍໃນກາຊາ ແລະ ບໍ່ຍອມຮັບຄວາມພະຍາຍາມຂອງອາເມລິກາທີ່ຈະກ່າວໂທດກຸ່ມຮາມັດວ່າເປັນຕົ້ນເຫດຄວາມຮຸນແຮງ.
ມະຕິຂອງສະຫະປະຊາຊາດ ເຊິ່ງໄດ້ຮັບການສະໜັບສະໜູນຈາກກຸ່ມປະເທດອາຣັບ ປະນາມອິດສະລາແອນວ່າໃຊ້ກຳລັງເກີນກວ່າເຫດ, ການຕອບໂຕ້ທີ່ບໍ່ສົມເຫດສົມຜົນ ແລະ ການໃຊ້ຄວາມຮຸນແຮງໂດຍບໍ່ເລືອກໜ້າກັບພົນລະເຮືອນຊາວປາແລັສຕິນ ລວມທັງຮຽກຮ້ອງໃຫ້ມີມາດຕະການປົກປ້ອງຊາວປາແລັສຕິນໃນກາຊາ ແລະ ດິນແດນໃນເຂດເວສແບງ. ເຫດຄວາມຮຸນແຮງຈາກກອງກຳລັງອິດສະລາແອນຍິງໂຈມຕີຂ້າມແດນ ລະຫວ່າງການປະທ້ວງໃກ້ຊາຍແດນຕິດກັບກາຊາທີ່ມາມາແຕ່ເດືອນມີນາ ເຮັດໃຫ້ຊາວປາແລັສຕິນເສຍຊີວິດຢ່າງໜ້ອຍ 129 ຄົນ, ແຕ່ເບື້ອງອິດສະລາແອນບໍ່ມີຜູ້ເສຍຊີວິດ. ນາງ ນິກກີ ເຮລີ ເອກອັກຄະລັດຖະທູດອາເມລິກາປະຈຳສະຫະປະຊາຊາດ ບໍ່ຍອມຮັບມະຕິ ແລະ ວ່າເປັນການກ່າວຫາພຽງຂ້າງດຽວ ແລະ ກ່າວວ່າ: ປະເທດອາຣັບຫວັງຜົນທາງການເມືອງຈາກສຽງສະໜັບສະໜູນພາຍໃນປະເທດ ເພື່ອຫາທາງປະນາມອິດສະລາແອນໃນກອງປະຊຸມສະຫະປະຊາຊາດ. ກ່ອນໜ້ານີ້ ກຸ່ມປະເທດອາຣັບສະໜັບສະໜູນມະຕິເຂົ້າສູ່ກອງປະຊຸມສະມັດຊາໃຫຍ່ ຂະນະທີ່ອາເມລິກາໃຊ້ສິດຢັບຢັ້ງໃນສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອສະກັດມະຕິດັ່ງກ່າວໃນວັນທີ 1 ມິຖຸນາ.