ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5  

ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5 - sonexay visit fair at china -   ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5  
ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5 - kitchen vibe -   ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5  

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5 ແລະ ງານວາງສະແດງແລກປ່ຽນສິນຄ້າຂາເຂົ້າ-ຂາອອກ ຄັ້ງທີ 25 ໃນວັນທີ 13-16 ມິຖຸນານີ້ ທີ່ເມືອງຄຸນໝິງ, ແຂວງ ຢຸນໜານ,​ ສປ ຈີນ.

ງານ​ວາງສະ​ແດງ​ດັ່ງກ່າວໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 14 ມິຖຸນານີ້ ທີ່ສູນວາງສະແດງສາກົນ ເມືອງຄຸນໝິງ ເປັນກຽດໃນພິທີມີ ທ່ານ ຫູ ສຸ່ນຮົວ ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ພ້ອມດ້ວຍບັນດາຄະນະຜູ້ແທນຈາກປະເທດຕ່າງໆ ແລະ ຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງ​ຫລວງຫລາຍ.

ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5 - Visit Laos Visit SALANA BOUTIQUE HOTEL -   ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5  

ງານວາງສະແດງຄັ້ງນີ້, ເປັນເວທີສຳຄັນ ໃນການເສີມຂະຫຍາຍການຮ່ວມມື ທາງດ້ານເສດຖະກິດ-ການຄ້າ ແລະ ການແລກປ່ຽນວັດທະນະທຳ ແລະ ການພັດທະນາ ລະຫວ່າງ ຈີນ ກັບບັນດາປະເທດອາຊີໃຕ້-ອາຊີຕາເວັນອອກສຽງໃຕ້ ແລະ ບັນດາປະເທດ ໃນພາກພື້ນຕ່າງໆຂອງໂລກ ໂດຍຜ່ານການຍົກຖານະບົດບາດ ໃນການສົ່ງເສີມດ້ານການຄ້າ-ການບໍລິການ, ການລົງທຶນ, ການທ່ອງທ່ຽວ, ການແລກປ່ຽນ ທາງດ້ານວິທະຍາສາດ ແລະ ວັດທະນະທຳ. ສຳລັບ ສປປ ລາວ ໃນປີນີ້ ແມ່ນມີ 07 ແຂວງ ແລະ 21 ບໍລິສັດ ເຂົ້າຮ່ວມວາງສະແດງ ລວມ 84 ຫ້ອງວາງສະແດງ ເຊິ່ງລວມມີ ຜະລິດຕະພັນສິນຄ້າ ທີ່ເປັນເອກະລັກຂອງລາວຫຼາຍຊະນິດ ທີ່ຄາດວ່າຈະເປັນທີ່ປະທັບໃຈ ຂອງຜູ້ທີ່ມາເຂົ້າຮ່ວມງານວາງສະແດງຄັ້ງນີ້.

​ໂອກາດນີ້, ທ່ານ ສອນໄຊ ສີພັນດອນ  ໄດ້ກ່າວໃນງານວາງສະແດງຄັ້ງນີ້ວ່າ: ການກຳນົດເອົາຫົວຂໍ້ “ການ​ເຊື່ອມ​ໂຍງ​ເຂົ້າ​ສູ່ຂໍ້​ລິ​ເລີ່​ມ​ ຫນຶ່ງ​ແລວ ຫນຶ່ງ​ເສັ້ນທາງ ​ເພື່ອ​ການ​ຮ່ວມ​ມືທີ່​ຕ່າງ​ຝ່າຍຕ່າງ​ໄດ້ຮັບຜົນ​ປະ​ໂຫຍ​ດ” ເຫັນ​ວ່າເປັນຫົວຂໍ້ທີ່ມີຄວາມໝາຍສຳຄັນ​ ​ແລະ ສອດ​ຄ່ອງກັບ​ທ່າ​ອ່ຽງ​ລວມຂອງ​ຍຸກ​ສະ​​​ໄຫມ ທີ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ສາກົນ ກຳລັງ​ພ້ອມກັນ​ສຸມ​ໃສ່ການ​​ຮ່ວມ​ມື ​ເພື່ອ​ການ​ພັດທະນາດ້ວຍບັນຍາກາດທີ່ຟົດຟື້ນ. ປັດຈຸບັນການ​ຄ້າ​ລະ ຫວ່າງ ສປປ ລາວ ​ແລະ ສປ ຈີນ ​ແມ່ນມີ​ມູນ​ຄ່າ​ເພີ່ມ​ຂຶ້ນທຸກ​ປີ, ​ສະ​ເພາະ​ໃນປີ 2017 ມູນ​ຄ່າການ​ຄ້າ​ສອງ​ຝ່າຍ​​ແມ່ນບັນລຸ​ໄດ້​ 3 ຕື້​ 2 ແສນ ໂດ​ລາ​ສະຫະລັດ​, ສ່ວນ​ການ​ລົງທຶນຂອງ ສປ ຈີນ ຢູ່ລາວແມ່ນຢູ່ອັນດັບໜຶ່ງ, ເຊິ່ງໃນ 5 ປີ ຜ່ານມາມູນຄ່າການລົງທຶນຂອງ ສປ ຈີນ ຄິດ​ເປັນ​ມູນຄ່າ 6 ຕື້ 100 ລ້ານ ໂດລາສະຫະລັດໃນ 775 ໂຄງການ, ​​​ເຊິ່ງເຫັນວ່າລັດຖະບານ​ລາວ ໄດ້​ໃຫ້​ຄວາມ​ສຳຄັນ​ໃນ​ການ​ເປີດ​ກ້ວາງ​ການ​ຮ່ວມ​ມື ແລະ ສົ່ງ​ເສີມຂະແໜງການ​ລົງທຶນ​ຂອງ​ຕ່າງປະ​ເທດ ແລະ ອີກ​ຂະ​ແໜງ​ການຫນຶ່ງ​ທີ່​ທັງສອງ​ປະ​ເທດມີ​ທ່າ​ແຮງ ​ແມ່ນ​ການທ່ອງທ່ຽວ ​ຊຶ່ງເຫັນ​ວ່າ​ຕົວ​ເລກ​ ຂອງ​ການ​ໄປມາຫາສູ່​ລະຫວ່າງປະຊາຊົນ​ສອງ​ຊາດ​ ນັບ​ມື້​ເຕີບ​ໃຫຍ່​ຂຶ້ນ ຊຶ່ງ​ໃນປີຜ່ານມາ​, ຕົວ​ເລກ​ນັກທ່ອງ​ທ່ຽວ​ຈີນ​ເຂົ້າ​ໄປ ສປປ ລາວ ​ແມ່ນ​ສູງ​ເຖິງ 7 ແສນ 6 ໝື່ນ ເທື່ອຄົນ.

ພ້ອມນີ້, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຍັງໄດ້ພົບປະກັບຄູ່ຮ່ວມຕຳແໜ່ງ ທ່ານ ຫູ ສຸ່ນຮົວ, ຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ແລະ ໄດ້ພົບປະກັບເຈົ້າແຂວງຢຸນໜານ ທ່ານ ຢວນ ເຊິງຟ້າ, ໃນຕອນບ່າຍຂອງວັນທີ 14 ມິຖຸນາ 2018, ເຊິ່ງການພົບປະຄັ້ງນີ້ ຕ່າງຝ່າຍ ຕ່າງກໍ່ໄດ້ຕີລາຄາສູງ ຕໍ່ສາຍພົວພັນ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ລາວ-ຈີນ ກໍ່ຄື ສປປ ລາວ ກັບແຂວງຢຸນນານ ທີ່ນັບມື້ນັບຂະຫຍາຍຕົວຂຶ້ນ ແລະ ຕ່າງກໍ່ມີບົດບາດຫຼາຍຂຶ້ນ ໃນພາກພື້ນ ແລະ ເວທີສາກົນ. ພ້ອມນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ໄປຢ້ຽມຢາມບໍລິສັດຕ່າງໆ ເປັນຕົ້ນແມ່ນ ບໍລິສັດ ຢຸນໜານ ອາລູມິນຽມ, ບໍລິສັດຢຸນໜານກໍ່ສ້າງ ແລະ ບໍລິສັດຜະລິດຕະພັນສຸກຂະພັນເພື່ອແລກປ່ຽນບົດຮຽນທີ່ກ້າວໜ້າ ມາໜູນໃຊ້ຢູ່ ສປປ ລາວ.

ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5 - 3 -   ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5  
ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5 - 4 -   ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5  
ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5 - 5 -   ທ່ານ​ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊີໃຕ້ ຄັ້ງທີ 5