ສວນກະແສບານໂລກ ! ຣີລ ມາດຣິດ ເປີດຕົວ ໂລເປເຕກີ ຄຸມທີມ ສັນຍາ 3 ປີ
ຣີລ ມາດຣິດ ຢືນຢັນຜ່ານເວັບໄຊທາງການຂອງສະໂມສອນ ໃນການແຕ່ງຕັ້ງ ຊູເລນ ໂລເປເຕກີ ອະດີດຜູ້ຈັດການທີມຊາດສະເປນ ທີ່ຫາກໍຖືກປົດອອກຈາກຕຳແໜ່ງພຽງ 2 ວັນ ເຂົ້າມາຮັບຕຳແໜ່ງຜູ້ຈັດການທີມຄົນໃໝ່ຮຽບຮ້ອຍແລ້ວ.
ໂດຍຜູ້ຈັດການທີມ ສະເປນ ອາຍຸ 51 ປີ ຈະເຂົ້າມາຮັບບົດບາດຜູ້ຄຸມທີມຄົນໃໝ່ໃນຖິ່ນ ຊານຕິອາໂກ້ ເບຣ໌ນາເບວ ເປັນເວລາ 3 ປີ ຫລັງຈາກຖືກ ສະຫະພັນບານເຕະສະເປນ ໄລ່ອອກຈາກຕຳແໜ່ງຈາກສາເຫດໄປລັກເຈລະຈາກັບ ຣີລ ມາດຣິດ ເຮັດໃຫ້ລາວຕ້ອງເດີນທາງມາເຖິງສະເປນໃນຄືນວັນທີ 13 ມິຖຸນາ ເພື່ອລໍຖ້າເປີດຕົວກັບ ຣີລ ມາດຣິດ ແລະ ວາງແຜນເສີມທີມລຸຍລະດູການໃໝ່ໃນທັນທີ.
ທັງນີ້ ຊູເລນ ໂລເປເຕກີ ເຂົ້າມາຮັບຕຳແໜ່ງ ຜູ້ຈັດການທີມຊາດ ສະເປນ ໃນປີ 2016 ພ້ອມກັບພານັກເຕະສະເປນລົງຫລິ້ນທັງໝົດ 20 ນັດ ຊະນະ 14 ນັດ ແລະ ສະເໝີ 6 ຍັງບໍ່ເຄີຍເສຍໃຫ້ໃຜ.