ຮົງກົງທຳລາຍເຄືອຂ່າຍພະນັນບານໂລກ ຍຶດເງິນພະນັນເກືອບ 10 ລ້ານໂດລາ
ຕຳຫລວດຮົງກົງທຳລາຍເຄືອຂ່າຍການພະນັນບານເຕະ ແລະ ຍຶດເງິນພະນັນໄດ້ 9,9 ລ້ານໂດລາສະຫະລັດ ລະຫວ່າງປະຕິບັດການປາບປາມການລັກລອບຫລິ້ນການພະນັນທວາຍຜົນບານໂລກ.
ຕຳຫລວດຖະແຫລງຜົນຈາກປະຕິບັດການປາບການພະນັນບານເຕະໃນຊື່ລະຫັດ Blazespike ສາມາດຈັບກຸມຊາຍ 42 ຄົນ ແລະ ຍິງ 3 ຄົນ ລວມທັງຍຶດປີ້ຮັບພະນັນບານ ແລະ ອຸປະກອນຮັບພະນັນບານຜິດກົດໝາຍ ລວມທັງເງິນສົດມູນຄ່າກວ່າ 2,5 ລ້ານໂດລາຮົງກົງ, ເຄື່ອງຄອມພິວເຕີ ແລະ ຢາເສບຕິດ. ຕຳຫລວດຖະແຫລງວ່າ: ຈາກການສອບສວນເບື້ອງຕົ້ນພົບວ່າ: ຜູ້ຖືກຈັບກຸມມີທັງຫົວໜ້າເຄືອຂ່າຍ ແລະ ສະມາຊິກທີ່ຮ່ວມຂະບວນການ. ນອກຈາກນີ້ ຕຳຫລວດຈີນໄດ້ຖະແຫລງຜົນການຈັບກຸມຜູ້ຊາຍອີກ 5 ຄົນ ເຊິ່ງເຊື່ອວ່າເປັນເຄືອຂ່າຍການພະນັນບານດຽວກັນ. ຜູ້ຮັບພະນັນຜິດກົດໝາຍໃນຮົງກົງມີໂທດປັບໄໝສູງສຸດ 5 ລ້ານໂດລາຮົງກົງ ແລະ ມີໂທດຈຳຄຸກສູງສຸດ 7 ປີ, ສ່ວນຜູ້ຫລິ້ນພະນັນມີໂທດປັບໄໝ 30.000 ໂດລາຮົງກົງ ແລະ ຈຳຄຸກສູງສຸດ 9 ເດືອນ.