ຍີ່ປຸ່ນອາດຫລຸດກົດຜູ້ອົບພະຍົບ ເພາະຂາດເຂີນແຮງງານ
ທ່ານ ຊິນອິຈິໂຣ ທາສຶຄາດະ ເຈົ້າຂອງບໍລິສັດຜະລິດປລາສະຕິກ ໃນນະຄອນຫລວງໂຕກຽວ ບອກວ່າ: ກິດຈະການນ້ອຍໆຂອງລາວຈະບໍ່ສາມາດຢູ່ລອດໄດ້ ຖ້າຂາດເຂີນແຮງງານຈີນ ແລະ ຫວຽດນາມ 22 ຄົນ ເຊິ່ງຄິດເປັນເຄິ່ງໜຶ່ງຂອງທັງໝົດ. ຂະນະທີ່ ລັດຖະບານກຽມພິຈາລະນາຫລຸດຜ່ອນກົດລະບຽບໃຫ້ແຮງງານຕ່າງປະເທດ.
ນາຍຈ້າງຊາວຍີ່ປຸ່ນ ກ່າວວ່າ: ແຮງງານຕ່າງປະເທດມີຄ່າຫລາຍ ທ່າມກາງປະຊາກອນອາຍຸສູງເພີ່ມຂຶ້ນ ແລະ ຄົນໄວເຮັດວຽກຫລຸດລົງ ເຮັດໃຫ້ບໍ່ສາມາດຜະລິດແຮງງານໄດ້ພຽງພໍ ຈຶ່ງຕ້ອງໃຫ້ຜູ້ອົບພະຍົບເຂົ້າປະເທດ. ໂຮງແຮມ, ກະສິກຳ ແລະ ສະຖານທີ່ກໍ່ສ້າງທົ່ວຍີ່ປຸ່ນຕ່າງກໍປະສົບບັນຫາແຮງງານ ເຊິ່ງມີຈຳນວນຫລຸດລົງ ທັງທີ່ປະລິມານຄວາມຕ້ອງການແຮງງານຫລາຍຂຶ້ນໃນໄລຍະກຽມການເປັນເຈົ້າພາບຈັດການແຂ່ງຂັນໂອແລມປິກໂຕກຽວ 2020. ເຖິງຢ່າງໃດກໍຕາມ, ລັດຖະບານຍີ່ປຸ່ນຕ້ອງດຳເນີນການເລື່ອງນີ້ຢ່າງລະມັດລະວັງ ເພາະກໍລະນີຜູ້ອົບພະຍົບເປັນບັນຫາລະອຽດອ່ອນໃນຍີ່ປຸ່ນ, ຫລາຍຄົນກັງວົນວ່າການປ່ອຍໃຫ້ແຮງງານຕ່າງປະເທດເຂົ້າມາ ຈະສົ່ງຜົນຕໍ່ຄວາມສະຫງົບໃນສັງຄົມ, ຍາດວຽກເຮັດ ແລະ ທຳລາຍປະເພນີວັດທະນະທຳເກົ່າແກ່ຂອງຍີ່ປຸ່ນ. ເຖິງຢ່າງໃດກໍຕາມ, ແຮງກົດດັນຈາກສະພາບເສດຖະກິດ ແລະ ບັນຫາປະຊາກອນຍີ່ປຸ່ນ ເຮັດໃຫ້ລັດຖະບານຕ້ອງປະກາດແຜນ ເຊິ່ງອາດອອກກົດໃຫ້ໃບອະນຸຍາດເຮັດວຽກໃໝ່ໄລຍະ 5 ປີສຳລັບຊາວຕ່າງປະເທດໃນຂະແໜງກະສິກຳ, ກໍ່ສ້າງ, ໂຮງແຮມ, ສະຖານເບິ່ງແຍງຜູ້ອາຍຸສູງ ແລະ ທຸລະກິດເຮືອ. ນອກຈາກນີ້ ຍີ່ປຸ່ນຍັງພິຈາລະນາໃຫ້ແຮງງານຕ່າງປະເທດທີ່ຜ່ານການທົດສອບແລ້ວສາມາດຢູ່ອາໄສໄດ້ຖາວອນ ແລະ ພາຄອບຄົວມາໄດ້, ຖ້າຄະນະລັດຖະບານຍີ່ປຸ່ນອະນຸມັດລະບຽບໃໝ່ດັ່ງກ່າວແລ້ວ, ລັດຖະບານຄາດວ່າສະພາຈະບັງຄັບໃຊ້ເປັນກົດໝາຍໄດ້ພາຍໃນລະດູໃບໄມ້ຫລົ່ນນີ້.