ລັດຍອມຮັບການບໍລິຫານຕ້ອງໄດ້ປັບປຸງຫລາຍດ້ານ
ຄວາມຕັ້ງໃຈຂອງລັດຖະບານຄືພະຍາຍາມສ້າງສາພັດທະນາປະເທດໃຫ້ບັນລຸຕາມແຜນພັດທະນາເສດຖະກິດ-ສັງຄົມວາງໄວ້, ໂດຍສະເພາະນໍາພາປະເທດໃຫ້ຫລຸດພົ້ນອອກຈາກຄວາມດ້ອຍພັດທະນາໃນປີ 2020 ແລະ ບັນລຸເປົ້າໝາຍແຫ່ງການພັດທະນາຮອດປີ 2025 ລວມທັງແຜນຍຸດທະສາດຂອງການພັດທະນາຮອດປີ 2030, ແຕ່ຜ່ານມາ, ຍ້ອນບັນຫາສະພາບແວດລ້ອມທັງພາຍໃນ ແລະ ພາຍນອກ, ທັງນອກຕົວ ແລະ ໃນຕົວ ໄດ້ກະທົບຕໍ່ການບໍລິຫານຈັດການຂອງລັດຫລາຍດ້ານ, ຈຶ່ງເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຫລາຍດ້ານຍັງບໍ່ທັນບັນລຸໄດ້ຕາມແຜນ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມສະພາທີ່ພວມດໍາເນີນໃນປັດຈຸບັນນີ້ວ່າ: ລັດຖະບານຈະສືບຕໍ່ແກ້ໄຂບັນຫາອຸດຕັນຕໍ່ການພັດທະນາປະເທດ. ໜຶ່ງໃນນັ້ນແມ່ນສືບຕໍ່ປັບປຸງພາລະບົດບາດຂອງບັນດາກະຊວງ ແລະ ອົງການໃຫ້ຈະແຈ້ງແທດເໝາະຕົວຈິງ, ເລັ່ງໃສ່ບົດບາດການຄຸ້ມຄອງມະຫາພາກໃນດ້ານນະໂຍບາຍ, ນິຕິກຳ, ການກວດກາ, ກວດສອບ ແລະການກໍ່ສ້າງພະນັກງານ, ແບ່ງຄວາມຮັບຜິດຊອບ ແລະ ສິດຕົກລົງການບໍລິ ຫານລັດຕາມກົດໝາຍໃຫ້ທ້ອງຖິ່ນ ເພື່ອເສີມຂະຫຍາຍຄວາມເປັນເຈົ້າການໃຫ້ທ້ອງຖິ່ນຫລາຍຂື້ນ, ສືບຕໍ່ສ້າງການຫັນປ່ຽນແບບບຸກທະລຸດ້ານລະບອບ, ກົນໄກ ທີ່ຍັງກົດໜ່ວງອຸດຕັນ, ບູລະນະລະບົບກົນໄກຕ່າງໆເພື່ອອຳນວຍຄວາມສະດວກໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການທີ່ວ່ອງໄວ, ມີຄຸນນະພາບ, ມີຄວາມສະເໝີພາບ, ສືບຕໍ່ປັບປຸງໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນແຕ່ລະຂະແໜງການໃຫ້ເປັນລະບົບໜັກແໜ້ນເຂັ້ມແຂງ ເພື່ອສາມາດເຮັດໜ້າທີ່ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ, ອຳນວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ເຊື່ອມໂຍງສາກົນເປັນຢ່າງດີ, ເອົາໃຈໃສ່ວຽກກວດກາ ໂດຍປະສານສົມທົບໜັກແໜ້ນກັບອົງການກວດສອບແຫ່ງລັດ, ສືບຕໍ່ກວດກາ ແລະ ກວດສອບການປະຕິບັດພາລະບົດບາດ, ການປະຕິບັດວິໄນແຜນການ-ການເງິນ, ການຫັນຊັບເປັນທຶນ ແລະ ການເຄື່ອນໄຫວເສດຖະກິດ-ສັງຄົມ ແລະ ອື່ນໆ ທີ່ບໍ່ຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ແລະຄວາມບໍ່ໂປ່ງໃສໃນການປະຕິບັດໜ້າທີ່ ແລະ ສິດຂອງບັນດາອົງການຈັດຕັ້ງຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ເພຶ່ອສະກັດກັ້ນ ແລະ ຕ້ານການສໍ້ ລາດບັງຫລວງທຸກຮູບແບບ, ພະຍາດອາດຍາສິດ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆໃຫ້ເປັນຮູບປະທຳ. ພ້ອມທັງເພີ່ມທະວີການຕິດຕາມ, ຊຸກຍູ້, ກວດກາແລະ ປະເມີນການປະຕິບັດກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ແນ່ໃສເຮັດໃຫ້ການປະຕິບັດກົດໝາຍມີຄວາມສັກສິດ ແລະ ເຂັ້ມງວດຕາມທິດສ້າງລັດຄຸ້ມຄອງດ້ວຍກົດໝາຍ.