ວາງສີລາເລິກກໍ່ສ້າງອາຄານສູນກາງອົງການພຸດທະສາສະໜາສຳພັນລາວ
ພີທີວາງສີລາເລິກກໍ່ສ້າງອາຄານສຳນັກງານສູນກາງອົງການພຸດທະສາສະໜາສຳພັນລາວ (ອພສ), ອາຄານປະທານສົງ (ມະຫາກະດີ) ແລະ ອາຄານອາຄັນຕຸກະອານຸສອນສູນກາງ ອພສ, ໄດ້ມີຂຶ້ນໃນວັນທີ 15 ມິຖຸນານີ້ຢູ່ວັດທາດຫລວງເຫນືອ, ໂດຍການເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ມີພຣະອາຈານ ມະຫາຫງອນ ດຳລົງບູນ ປະທານອົງການພຸດທະສາສະໜາສຳພັນລາວ, ພ້ອມດ້ວຍແຂກຖືກເຊີນ ແລະ ມວນຊົນຊາວພຸດໃນນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈຳນວນຫລງຫລາຍ.
ໃນພິທີ, ພຣະອາຈານ ດຳລົງ ພິມມະຈັກ ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງອາຄານອາຄັນຕຸກະອະນຸສອນສູນກາງ ອພສ ສຳນັກງານປະທານສົງ ແລະ ອາຄານສຳນັກງານສູນກາງ ອພສ ທັງ 3 ຫລັງນີ້, ມີເນື້ອທີ່ຄວາມຍາວ 150 ແມັດ ແລະ ກວ້າງ 30 ແມັດ, ເປັນໂຄງການລະດັບຊາດທີ່ມີການຮ່ວມມືລະຫວ່າງຝ່າຍສົງ, ຝ່າຍຄາລະວາດ ແລະ ການນຳພັກ-ລັດ, ພ້ອມດ້ວຍສັດທາຈາກພຸດທະບໍລິສັດ ແລະ ພຸດທະສາສະນິກະຊົນລາວບັນດາເຜົ່າທຸກພາກສ່ວນໄດ້ເປັນເຈົ້າການນຳກັນ ເພື່ອນ້ອມບູຊາຄຸນພຣະສີຣັດຕະນະໄຕແກ້ວອັນປະເສີດທັງ 3 ເພື່ອໄວ້ເປັນທີ່ລະນຶກອະນຸສອນຂອງອົງການພຸດທະສາສະໜາສຳພັນລາວ ທີ່ປະຕິບັດພາລະບົດບາດໜ້າທີ່ຂອງຕົນເພື່ອຄວາມຈະເລີນກ້າວໜ້າຂອງພະພຸດທະສາສະໜາ ແລະ ປະເທດຊາດ ໄວ້ເປັນທີ່ພັກອາໄສຢູ່ຂອງພະມະຫາເຖຣະ, ຄະນະກຳມະການສູນກາງ ອພສ ທີ່ມາຈາກແຂວງຕ່າງໆໃນທົ່ວປະເທດ ທີ່ເດີນທາງມາປະຊຸມທີ່ນະຄອນຫລວງວຽງຈັນ, ເປັນທີ່ພັກຂອງພະມະຫາເຖຣະຜູ້ນຳສົງທາງພະພຸດທະສາສະໜາຈາກຕ່າງປະເທດ, ທີ່ເດີນທາງມາຢ້ຽມຢາມ ຫລື ປະຊຸມຢູ່ລາວ, ໄວ້ເປັນທີ່ຈັດກອງປະຊຸມໃຫຍ່ຂອງຄະນະກຳມະການສູນກາງ ອພສ, ກອງປະຊຸມສາມັນປະຈຳປີ, ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ແລະ ກອງປະຊຸມພຣະສົງນາໆຊາດ, ເປັນທີ່ຢູ່ຂອງພະອາຈານໃຫຍ່ ປະທານສູນກາງອົງການພຸດທະສາສະໜາສຳພັນລາວ ເພື່ອໄວ້ເປັນທີ່ເຄື່ອນໄຫວວຽກງານຂອງລະບົບການຈັດຕັ້ງຫ້ອງການສູນກາງ ອພສ ແລະ ກຳມາທິການຕ່າງໆ ໃຫ້ສອດຄ່ອງກັບພາລະບົດບາດໜ້າທີ່ຂອງຕົນ, ເຊິ່ງຈະໃຫ້ສໍາເລັດການກໍ່ສ້າງປີ 2021.