ຝຶກອົບຮົມວຽກປ້ອງກັນ ແລະ ຕ້ານອັກຄີໄພໃຫ້ພະນັກງານສານປະຊາຊົນ
ເມື່ອທ້າຍອາທິດຜ່ານມານີ້, ກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ, ໄດ້ເຜີຍແຜ່ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ພະນັກງານສານປະຊາຊົນສູງສຸດ ເພື່ອໃຫ້ຮູ້ວິທີປ້ອງກັນ ແລະ ຕ້ານບັນຫາດັ່ງກ່າວໂດຍພື້ນຖານ, ໂດຍມີທ່ານປະທານສານປະຊາຊົນສູງສຸດ ຄຳພັນ ສິດທິດຳພາ ພ້ອມດ້ວຍພະນັກງານ-ລັດຖະກອນກົມກອງອ້ອມຂ້າງສານປະຊາຊົນເຂົ້າຮ່ວມເປັນຈໍານວນຫລາຍ.
ໃນພິທີເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄພ ໄດ້ຍົກໃຫ້ເຫັນວ່າ: ອັກຄີໄພ ສ່ວນຫລາຍແມ່ນເກີດມາຈາກໄຟຟ້າລັດວົງຈອນ ຍ້ອນການນຳໃຊ້ອຸປະກອນໄຟຟ້າເກົ່າແກ່ຊຸດໂຊມບໍ່ໄດ້ມາດຕະຖານ, ການໄຕ້ທູບທຽນບູຊາ, ການຈູດຂີ້ເຫຍື້ອຊະຊາຍ ແລະ ອື່ນໆ, ພ້ອມນີ້, ຍັງໄດ້ແນະນຳວິທີການນຳໃຊ້ບັ້ງມອດໄຟໃນການສະກັດກັ້ນແປວໄຟໃນເບື້ອງຕົ້ນ, ການນຳໃຊ້ອຸປະກອນມອດໄຟແຕ່ລະຊະນິດ ແລະ ການເອົາຕົວລອດຈາກຕຶກອາຄານຫລາຍຊັ້ນເມື່ອເກີດເຫດໄຟໄໝ້. ນອກນີ້, ຜູ້ເຂົ້າຮ່ວມຍັງໄດ້ລົງທົດລອງມອດແປວໄຟດ້ວຍບັ້ງມອດໄຟ ແລະ ໃຊ້ມືເປົ່າປິດໄຟເມື່ອມີໄຟຮົ່ວຈາກການນຳໃຊ້ຖັງແກັສອີກດ້ວຍ.