ໂມດຣີຊ ບອກ ໂຄຣເອເຊຍ ພ້ອມແລ້ວ ທີ່ຈະພົບກັບ ອາເຈນຕີນາ
June 18, 2018 - 5:17 PM
ລູກ້າ ໂມດຣີຊ ກອງກາງທີມຊາດ ໂຄຣເອເຊຍ ບອກວ່າ ທີມພ້ອມແລ້ວທີ່ຈະພົບກັບ ອາເຈນຕີນາ ຫລັງຈາກເອົາຊະນະ ໄນຈີເຣຍ ໃນບານໂລກ 2018 ໃນວັນທີ 16 ມິຖຸນາ ພ້ອມບອກວ່າມັນຈະເປັນງານໜັກຫລາຍໃນການພົບກັບ ອາເຈນຕີນາ ໃນວັນທີ 21 ມິຖຸນາ ແຕ່ເຊື່ອວ່າທີມຈະສາມາດເກັບຄະແນນໄດ້ແນ່ນອນ. ທັງນີ້ກອງກາງຂອງສະໂມສອນ ຣີລ ມາດຣິດ ລົງຊ່ວຍທີມຊາດ ແລະ ສາມາດຍິງຈຸດໂທດເອົາຊະນະ ໄນຈີເຣຍ ໄປໄດ້ 1-0 ແລະ ຍັງໄດ້ລາງວັນ ແມນອອຟເດິແມັດ ມາຄອງ. ສະຫລຸບຜົນຄະແນນຂອງກຸ່ມ ດີ ຕອນນີ້ ໂຄຣເອເຊຍ ເປັນທີໜຶ່ງຂອງກຸ່ມ ເພາະສາມາດຄວ້າໄຊໃນນັດທຳອິດໄດ້ສຳເລັດ, ສ່ວນທີສອງແມ່ນ ອາເຈນຕີນາ ແລະ ທີສາມ ໄອແລນ, ສ່ວນ ໄນຈີເຣຍ ຍັງເປັນອັນດັບສຸດທ້າຍຂອງຕາຕະລາງ.